ເກີດ​ການ​ໂຈມ​ຕີ​ຢູ່​ລັດ​ຍະ​ໄຂ່​ປະ​ເທດ​ມຽນ​ມາ ເຮັດ​ໃຫ້​ປະ​ຊາ​ຊົນເສຍ​ຊີ​ວິດ 25 ຄົນ
2017-09-01 11:29:09  cri 
ຕອນ​ຄ່ຳ​ວັນ​ທີ 30 ສິງ​ຫາ​ຜ່ານ​ມາ, ຄະ​ນະ​ກຳ​ມະ​ການ​ຖະ​ແຫຼງ​ຂ່າວ​​ຂອງ​ສຳ​ນັກ​ງານ​ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາ​ໄດ້​ແຈ້ງ​​ສະ​ພາບ​​ລັດ​ຍະ​ໄຂ່​ຖືກ​ໂຈມ​ຕີ​ວ່າ: ມາ​ຮອດ​ວັນ​ທີ 29 ສິງ​ຫາ​ຜ່ານ​ມາ, ມີ​ທະ​ຫານ 1 ຄົນ, ຕຳ​ຫຼວດ 11 ຄົນ, ເຈົ້າ​ໜ້າ​ທີ່​​ໜ່ວຍ​ກວດ​​ຄົນ​ເຂົ້າ​ເມືອງ 1 ຄົນ​ແລະ​ປະ​ຊາ​ຊົນ​​ທົ່ວ​ໄປ 12 ຄົນ​ລວມ 25 ຄົນ​ເສຍ​ຊີ​ວິດ ແລະອີກ 18 ຄົນບາດ​ເຈັບ ​ໃນ​​ນີ້​ມີ​ຕຳ​ຫຼວດ 12 ຄົນ.

ຕອນ​ຂ້ອນ​ແຈ້ງວັນ​ທີ 25 ສິງ​ຫາ​ຜ່ານ​ມາ, ຢູ່​ຫຼາຍ​ແຫ່ງ​ຂອງ​ລັດ​ຍະ​ໄຂ່ຂອງມ​ຽນ​ມາ​ໄດ້​ເກີດ​ເຫດ​ການ​ໂຈມ​ຕີ​ຫຼາຍ​​ເທື່ອ​ແລະທະຫາ​ນ​ແລະ​ຕຳ​ຫຼວດ​ທ້ອງ​ຖິ່ນ​ຂອງ​ມຽນ​ມາ​ໄດ້​ດຳ​ເນີນ​ການ​ຈັບ​ກຸມແລະ​ຕ້ານ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ ໂດຍໄດ້​ປະ​ທະ​​ກັບ​ກຸ່ມ​ປະ​ກອບ​ອາ​ວຸດ​ທ້ອງ​ຖິ່ນ​​ຫຼາຍ​ເທື່ອ, ເຊິ່ງ​ເຮັດ​ໃຫ້​ຜູ້​ກໍ່​ການ​ຮ້າຍ​ຢ່າງ​ໜ້ອຍ​ເສຍ​ຊີ​ວິດ 77 ຄົນ ແລະ​ຈັບ​ໄດ້ 2 ຄົນ.

ຂະ​ນະ​ທີ່​ໃນວັນ​ທີ 31 ສິງ​ຫາ​ຜ່ານ​ມາ, ທ່ານ​ນາງ ຮ​ວ້າ​ຊຸ່ນ​ຢີງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ​ຫຼັງພວກ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຖະ​ແຫຼງ​ການ ​ຂອງ​ລັດ​ຖະ​ບານ​ມຽນ​ມາ. ກໍ​ໄດ້​ກ່າວ​ປະ​ນາມ​ຕໍ່​ເຫດ​ໂຈມ​ຕີ​ດ້ວຍ​ຄວາມ​ຮຸນ​ແຮງ​ຢູ່​ລັດ​ຍະ​ໄຂ່ ແລະ​ສະ​ແດງ​ຄວາມ​ເສຍ​ໃຈຕໍ່​ຜູ້ເສຍ​ຊີ​ວິດ ແລະ​ເຫັນ​ໃຈ​ຕໍ່​ປະ​ຊາ​ຊົນຜູ້​ປະ​ສົບ​ເຄາະ​ຮ້າຍ​ແລະ​ຜູ້​ບາດ​ເຈັບ. ໃນ​ຖາ​ນະ​ເປັນ​ປະ​ເທດ​ບ້ານ​ໃກ້​ຄຽງ​ທີ່​ດີ, ຈີນ​ສະ​ໜັບ​ສະ​ໜູນ​ມຽນ​ມາ​ທີ່​ໄດ້​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສ​ະ​ຖຽນ​ລະ​ພາບ​ຂອງ​ລັດ​ຍະ​ໄຂ່ ແລະ​ຫວັງ​ວ່າ​ມຽນ​ມາ​ຈະສາ​ມາດ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ທາງ​ສັງ​ຄົມ,ຄວາມ​​ສາ​ມັກ​ຄີປອງດອງ​ຂອງ​ຊົນ​ຊາດ​ແລະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ