ຈີນຈະ​ຮຽກ​ຮ້ອງ​ໃຫ້​ອິນ​ໂດ​ເນ​ເຊຍ​ຢຸດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ຂີດ​ແບ່ງ​ເສັ້ນ​ທະ​ເລ​ກັບ​ຫວຽດ​ນາມ​ຫຼື​ບໍ່
2017-09-01 16:31:27  cri 
ໃນ​ການ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 31 ສິງ​ຫາ​ຜ່ານ​ມາ, ທ່ານ​ນາງ​ ຮ​ວ້າ​ຊຸ່ນ​ຢີງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວຕໍ່​ກໍ​ລະ​ນີ​ທີ່​ຈີນຈະ​ຮຽກ​ຮ້ອງ​ໃຫ້​ອິນ​ໂດ​ເນ​ເຊຍ​ຢຸດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ຂີດ​ແບ່ງ​ເສັ້ນ​ທະ​ເລ​ກັບ​ຫວຽດ​ນາມ​ຫຼື​ບໍ່.

​ນັກ​ຂ່າວ​ຖາມ​ວ່າ: "ຈີນຈະ​ຮຽກ​ຮ້ອງ​ໃຫ້​ອິນ​ໂດ​ເນ​ເຊຍ​ຢຸດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ຂີດ​ແບ່ງ​ເສັ້ນ​ທະ​ເລ​ກັບ​ຫວຽດ​ນາມ ແລະຢຸດ​​ການເອີ້ນ​ເຂດ​ທະ​ເລ​ສ່ວນ​ໜຶ່ງ​ຂອງ​ທະ​ເລ​ຈີນ​ໃຕ້​ເປັນ "ທະ​ເລ​ນາ​ຕູ​ນາ​ເໜືອ" ​ຫຼື​ບໍ່?

ທ່ານ​ນາງ ຮ​ວ້າ​ຊຸ່ນ​ຢີງ ກ່າວ​ວ່າ: ຂ້າ​ພະ​ເຈົ້າຂໍ​ຢ້ຳ​ເຖິງ​ຫຼັກ​ໝັ້ນ​ແລະ​ຫຼັກ​ການ​ຂອງ​ຈີນ​ໃນ​ບັນ​ຫາ​ທະ​ເລ​ຈີນ​ໃຕ້. ກ່ຽວ​ກັບ​ບັນ​ຫາ​ຄວາມ​ຂັດ​ແຍ້ງ​ກັນ​ດ້ານ​ອະ​ທິ​ປະ​ໄຕ​ເໜືອ​ດິນ​ແດນ​ແລະ​ກາ​ນ​ຂີດ​ແບ່ງ​ເສັ້ນ​ທະ​ເລ​ລະ​ຫວ່າງ​ຈີນ​ກັບ​ບາງ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ນັ້ນ, ພວກ​ຂ້າ​ພະ​ເຈົ້າ​ຍິນ​ດີ​ສຸມ​ໃສ່​ແກ້​ໄຂ​ບັນ​ຫາ​ຢ່າງ​ເໝາະ​ສົມ​ດ້ວຍການ​ປຶກ​ສາ​ຫາ​ລື​ແລະ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ສອງ​ຝ່າຍ​ມາ​ໂດຍ​ຕະ​ຫຼອດ. ຂະ​ນະ​ດຽວ​ກັນ, ​ກໍ​ຍິນ​ດີ​ຮ່ວມ​ກັບ​ອາ​ຊຽນ​ປົກ​ປັກ​ຮັກ​ສາ​ສັ​ນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ເຂດ​ທະ​ເລ​ຈີນ​ໃຕ້.ສ່ວນ​ບັນ​ຫາ​ລະ​ອຽດ​​ໃນ​ກໍ​ລະ​ນີ​ດັ່ງ​ກ່າວ,ພວກ​ຂ້າ​ພະ​ເຈົ້າ​ຫວັງ​ຢາກ​ໃຫ້​ປະ​ເທດ​ທີ່​ກ່ຽວ​ຂ້ອງປະ​ຕິ​ບັດ​ດ້ວຍ​ຄວາມ​ສຸ​ຂຸມ​ຮອບ​ຄອບ​ບົນ​ພື້ນ​ຖານ​ການ​ພົວ​ພັນ​​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ອາ​ຊຽນ​ກໍ​ຄື​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ເຂດ​ທະ​ເລ​ຈີນ​ໃຕ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ