ວັນທີ 31 ສິງຫາຜ່ານມາ, ກົມການເມືອງສູນກາງພັກກອມມູນິດຈີນໄດ້ຄົ້ນຄວ້າປຶກສາຫາລືກະກຽມດຳເນີນກອງປະຊຸມຄົບຄະນະກຳມການສູນກາງພັກຄັ້ງທີ 7 ຊຸດທີ 18 ແລະກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 19 ຂອງພັກກອມມູນິດຈີນ. ໂດຍພາຍໃຕ້ການເປັນປະທານຂອງທ່ານສີຈິ້ນຜີງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ.
ກອງປະຊຸມໄດ້ຕົກລົງຈັດກອງປະຊຸມຄະນະກຳມະການສູນກາງພັກຄັ້ງທີ 7 ຊຸດທີ 18 ຢູ່ນະຄອນຫຼວງປັກກິ່ງໃນວັນທີ 11 ຕຸລາ, ໂດຍໃນກອງປະຊຸມດັ່ງກ່າວ, ກົມການເມືອງສູນກາງພັກຈະສະເໜີໃຫ້ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19 ໃນວັນທີ 18 ຕຸລາຢູ່ປັກກິ່ງ.
ກອງປະຊຸມດັ່ງກ່າວເນັ້ນວ່າ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19 ແມ່ນກອງປະຊຸມສຳຄັນທີ່ສຸດທີ່ຈັດຂຶ້ນໃນໄລຍະການສ້າງສັງຄົມອີ່ມໜຳສຳລານສຳເລັດຮອບດ້ານທັງເປັນໄລຍະສຳຄັນຂອງສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ. ນອກນີ້, ກອງປະຊຸມຄັ້ງນີ້ຈະເລືອກຕັ້ງຄະນະກຳມະການສູນກາງພັກແລະຄະນະກຳມະການກວດກາພັກຊຸດໃໝ່.
ກອງປະຊຸມຍີ້ວ່າ, ປັດຈຸບັນການກະກຽມຕ່າງໆພວມດຳເນີນເປັນຢ່າງດີ, ແລະທຸກພາກສ່ວນໄດ້ສຸມໃສ່ປະຕິບັດວຽກງານດັ່ງກ່າວຢ່າງຈິງຈັງ, ເພື່ອຮັບປະກັນເຮັດໃຫ້ກອງປະຊຸມປະສົບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.