ປະ​ມຸກ​ລັດ​ຈີນ​ເບຼ​ຊີນ​ພົບ​ປະ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສອງ​ຝ່າຍ​ກ່າວ​ເນັ້ນ​ວ່າ​ຈະ​ຊຸກ​ຍູ້​ການ​ພົວ​ພັນຄູ່ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ
2017-09-02 17:19:31  cri 

ຕາມ​ຂ່າວCRI:ວັນ​ທີ 1 ກັນ​ຍາ​ນີ້, ທ່ານ​ສີ​ຈິ້ນ​ຜີງ, ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານມີ​ເຊນ ເຕ​ເມນ, ປະ​ທາ​ນາ​ທິ​ບໍ​ດີ​ເບຼ​ຊີນ​ທີ່​ໄດ້​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ. ສອງ​ຝ່າຍ​ກ່າວ​ເນັ້ນ​ຢ່າງ​ເປັນ​ເອ​ກະສັນ​ກັນ​ວ່າ, ຢູ່​ເບື້ອງ​ຫຼັງ​ທີ່​ສະ​ຖາ​ນະ​ການ​ສາ​ກົນໃນ​ປັດ​ຈຸ​ບັນ​ນີ້ມີ​ປັດ​ໄຈ​ບໍ່​ສະ​ຫງົບ​ຫຼາຍກວ່າ​ເກົ່າ, ໃນ​ຖາ​ນະທີ່​ເປັນ​ປະ​ເທດ​​ກຳ​ລັງ​ພັດ​ທະ​ນາ​ໃຫຍ່​ທີ່​ສຸດ​ໃນໂລກເບື້ອງ​ຕາ​ເວັນ​ອອກ​ແລະ​​ໂລກເບື້ອງ​ຕາ​ເວັນ​ຕົກ, ຈີນ​ກັບ​ເບຼ​ຊີນ​ຄວນ​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ, ເຮັດ​ໃຫ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດກາຍ​ເປັນ​ແບບຢ່າງ​ທີ່​ດີ​ດ້ານ​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ​ທີ່​ເປັນ​​ຕະ​ຫຼາດ​​ຈະ​ເລີນ​ໃໝ່. ສອງ​ປະ​ເທດ​ຍິນ​ດີ​ພະ​ຍາ​ຍາມ​ຮ່ວມ​ກັນ​ເພື່ອ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຄູ່​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດໄດ້​ມີ​ການ​ພັດ​ທະ​ນາໃໝ່​ຢ່າງ​ໃຫຍກວ່າ​ເກົ່າ.


 

ໃນ​ສາຍ​ຕາຂອງ​ຜູ້​ນຳ​ຈີນ​ແລະ​ເບຼ​ຊີນ, ການ​ຮ່ວມ​ມື​ລະ​ຫວ່າງ​ສອ​ງ​ປະ​ເທດ​ບໍ່​ພຽງ​ແຕ່​ຢູ່​ໃນ​ຂົງ​ເຂດ​ສອງ​ຝ່າຍເທົ່າ​ນັ້ນ. ໃນ​ຖາ​ນະທີ່​ເປັນ​ຕົວ​ແທນ​​ສຳ​ຄັນຂອງ​ປະ​ເທດຕະ​ຫຼາດ​ຈະ​ເລີນ​ໃໝ່, ການ​ແລກ​ປ່ຽນ​ແລະ​ການ​ປະ​ສານ​ງານ​ໃນ​ຂົງ​ເຂດ​ຫຼາຍ​ຝ່າຍ​ລະ​ຫວ່າງ​ຈີນ​ກັບ​ເບຼ​ຊີນ​​ກໍມີ​ຄວາມ​ໝາຍ​ທີ່​ສຳ​ຄັນ. ໃນ​ການ​ເຈ​ລະ​ຈາວັນ​ທີ 1 ກັນ​ຍາ​ນີ້, ທ່ານ​ສີ້​ຈິນ​ຜີງ​ກໍ​ກ່າວ​ເນັ້ນ​ວ່າ, ຈີນປະ​ຕິ​ບັດ​ຕໍ່​ແລະ​ຂະ​ຫຍາຍການ​ພົວ​ພັນ​ກັບ​ເບຼ​ຊີນຈາກ​​ດ້ານ​ຍຸດ​ທະ​ສາດ​ແລະ​ໂດຍ​ຕະ​ຫຼອດ. ທ່ານ​ມີ​ເຊນ ເຕ​ເມນ​ກໍ​ກ່າວ​ວ່າ, ການ​ພົວ​ພັນ​ຄູ່​ຍຸດ​ທະ​ສາດ​ລະ​ຫວ່າງ​ເບຼ​ຊີນ​ກັບ​ຈີນ​ມີ​ຄວາມ​ໝາຍ​ສຳ​ຄັນ​ດ້ານ​ຍຸດ​ທະ​ສາດ​ຕໍ່​ສອງ​ປະ​ເທດກໍ​ຄື​ທົ່ວ​ໂລກ.

 


ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ