ຈີນ​ຍິນ​ດີ​ພະ​ຍາ​ຍາມ​ຮ່ວມ​ກັນ​ກັບ​ປະ​ເທດ​ສະ​ມາ​ຊິກ​ອື່ນ ເຮັດ​ໃຫ້​​ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ບຣິກສໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ໃຫຍ່ກວ່າ​ເກົ່າ, ​ໜັກ​ແໜ້ນກວ່າ​ເກົ່າ​ແລະ​ເຂັ້ມ​ແຂງ​ກວ່າ​ເກົ່າ
2017-09-02 17:20:45  cri 

ຕາມ​ຂ່າວCRI:ວັນ​ທີ 1 ກັນ​ຍາ​ນີ້, ທ່ານ​ນາງ​ຮ​ວ້າ​ຊຸນ​ຢີງ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ວ່າ, ໃນ​ຖະ​ນະ​ເປັນ​ປະ​ເທດ​ປ​ະ​ທານ​ໝູນ​ວຽນ​ຂອງ​ບຣິກສ, ຈີນ​ຍິນ​ດີ​ພະ​ຍາ​ຍາມ​ຮ່ວມ​ກັນ​ກັບ​ປະ​ເທດ​ສະ​ມາ​ຊິກ​ອື່ນ, ເຮັດ​ໃຫ້ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ບຣິກສໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ໃຫຍ່​ກວ່າ​ເກົ່າ, ​ໜັກ​ແໜ້ນກວ່າ​ເກົ່າ​ແລະ​ເຂັ້ມ​ແຂງກວ່າ​ເກົ່າ, ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນກວ່າ​ເກົ່າ​ເພື່ອ​ລົງ​ເລິກ​ການ​ພົວ​ພັນ​ຄູ່​ຮ່ວມ​ມືບຣິກສ​ແລະ​ເລີ່ມ​ຕົ້ນສິບ​ປີ​ທອງຄຳ​ທີ 2 ດ້ານ​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດບຣິກສ.

ທ່ານ​ນາງ​ຮ​ວ້າ​ຊຸນ​ຢີງ​ກ່າວ​ວ່າ, ການ​ພົບ​ປະ​ຢູ່​ນະ​ຄອນ​ເຊ້ຍ​ເມີນ​ລະ​ຫວ່າງ​ຜູ້​ນຳ​ຂອງ​ປະ​ເທດບຣິກສ​ໃກ້ຈະ​ໄຂ​ຂຶ້ນ​ໃນ​ວັນ​ອາ​ທິດນີ້. ມີ​ຜູ້​ນຳ​ປະ​ເທດ​ທີ່​ຈະ​ເດີນ​ທາງ​ມາ​ເຂົ້າ​ຮ່ວມ​ການ​ພົບ​ປະ​ຫຼາຍ​ທ່ານ​ໄດ້​ກ່າວ​ຄວາມ
ຄອງ​ຄອຍ​ຕໍ່​ການ​ເດີນ​ທາງ​ມາ​ເຂົ້າ​ຮ່ວມ​ການ​ພົບ​ປະ​ຢູ່​ນະ​ຄ​ອນ​ເຊ້ຍ​ເມີນ. ຫວ່າງ​ມໍ່ໆ​ນີ້, ທ່ານ​ວ​າ​ລາ​ດີ​ເມຍ ປູ​ຕິນ,ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ພິມ​ບົດ​ຄວາມ​ຢູ່​ໜັງ​ສື​ພິມ "ຢືນ​ໝິນ​ຢື້​ປ້າວ"ຊີ້​ອອກວ່າ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດບຣິກສ​ແມ່ນ​ບົນ​ພື້ນ​ຖານ​ທີ່​ສະ​ເໝີ​ພາບ, ເຄົາ​ລົບ​ນັບ​ຖື​ເຊິ່ງ​ກັນ​ແລະ​ກັນ, ຣັດ​ເຊຍ​ເອົາ​ໃຈ​ໃສ່​ນຳ​ການ​ຮ່ວມ​ມື​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ລະ​ຫວ່າງ 5 ປະ​ເທດບຣິກສ​ໃນ​ລະ​ດັບ​ສູງ, ເຊື່ອ​ວ່າ​ການ​ພົບ​ປະ​ຢູ່ນະ​ຄອນ​ເຊ້ຍ​ເມີນ​ຈະເຮັດ​ໃຫ້​ການ​ປະ​ສານ​ງານ​ລະ​ຫວ່າງ​ປະ​ເທດ ບຣິກສກ້າວ​ເຂົ້າ​ສູ່​ລະ​ດັບ​ໃໝ່.

ທ່ານ​ນາງ​ຮ​ວ້າ​ຊຸນ​ຢີງ​ກ່າວ​ວ່າ, ຢູ່​ເບື້ອງ​ຫຼັງ​ທີ່​ສະ​ຖາ​ນະ​ການ​ສາ​ກົນມີ​ການ​ປ່ຽນ​ແປງ​ຢ່າງ​ສັບ​ສົນ​ໃນ​ປັດ​ຈຸ​ບັນ​ນີ້, ປະ​ເທດບຣິກສ​ເປັນ​ຕົວ​ແທນ​ຂອງ​ຕະ​ຫຼາດ​ຈະ​ເລີນ​ໃໝ່​ແລະ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ, ມີ​ຄວາມ​ຮັບ​ຜິດ​ຊອບ​ແລະ​ຄວາມ​ສາ​ມາດ​​ໃນ​ການເສີມ​ຂະ​ຫຍາຍ​ບົດ​ບາດ​​ຢ່າງ​ຕັ້ງ​ໜ້າ​ແລະ​ລັກ​ສະ​ນະ​ສ້າງ​ສັນເພື່ອ​ຮັບ​ມື​ກັບການ​ທ້າ​ທາຍ​ຕ່າງໆ​ໃນ​ທົ່ວ​ໂລກ. ໃນ​ຖາ​ນະ​ເປັນ​ປະ​ເທດ​ໝູນ​ວຽນ​ຂອງບຣິກສ, ຈີນ​ຍິນ​ດີ​ພະ​ຍາ​ຍາມ​ຮ່ວມ​ກັນ​ກັບ​ປະ​ເທດ​ສະ​ມາ​ຊິກ​ອື່ນ ເຮັດ​ໃຫ້​​ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ບຣິກສໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ໃຫຍ່ກວ່າ​ເກົ່າ, ປະ​ສົບ​ເປັນ​ຈິງ​ແລະ​ເຂັ້ມ​ແຂງ​ກວ່າ​ເກົ່າ.
   ໃນ​ຂະ​ບວນ​ການ​ກະ​ກຽມ​ການ​ພົບ​ປະ​ຢູ່​ນະ​ຄອນ​ເຊ້ຍ​ເມີນ, ຈີນ​ກັບ​ປະ​ເທດບຣິກສ​ອື່ນໆ​ໄດ້​ຮັກ​ສາ​ການ​ແລກ​ປ່ຽນ​ປະ​ສານ​ງານ​ຢ່າງ​ແໜ້​ແຟ້ນ. ຈີນ​ຄອງ​ຄອຍ​ຢູ່​ຮ່ວມ​ກັນ​ກັບ​ຝ່າຍ​ຕ່າງໆ, ຖື​ການ​ພົບ​ປະ​ຢູ່​ນະ​ຄອນ​ເຊ້ຍ​ເມີນ​ເປັນ​ໂອ​ກາດ, ສະ​ຫຼຸບ​ບົດ​ຮຽນ​ດ້ານ​ການ​ຮ່ວມ​ມື​ຮ່ວມ​ກັນ, ວາງ​ແຜນ​ຜັງ​ການ​ພັດ​ທະ​ນາ, ເຮັດ​ໃຫ້​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດບຣິກສ​ກ້າວ​ເຂົ້າ​ສູ່​ລະ​ດັບ​ທີ່​ສູງກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ