ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອຸດ​ສາ​ຫະ​ກຳ​ການ​ຄ້າ​ປະ​ເທດ​ເບ​ຣິກ​ສ໌​​ໄຂ​ນຶ້ນ​ຢູ່​ເມືອງ​ເຊ້ຍ​ເໝີນ
2017-09-03 15:29:47  cri 

ຕອນ​ບ່າຍ​ວັນ​ທີ 3 ກັນ​ຍາ​ນີ້, ກອ​ງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອຸດ​ສາ​ຫະ​ກຳ​ການ​ຄ້າ​ປະ​ເທດ​ເບຣິກ​ສ໌​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ອົງ​ການ​ເບ​ຣິກ​ສ໌​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ເຊ້ຍ​ເໝິນ​ປະ​ເທດ​ຈີນ. ທ່ານ​ສີ​ຈິ້ນ​ຜີງ ປະ​ທານ​ປະ​ເທດ​ຈີນ​​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ປະ​ຊຸມ​ແລະ​ກ່າວ​ປາ​ຖະ​ກະ​ຖາ, ທົບ​ທວນ​ຄືນ​ຂະ​ບວນ​ການ​ພັດ​ທະ​ນາ 10 ປີ​ຂອງ​ປະ​ເທດ​ເບ​ຣິກ​ສ໌, ຖອດ​ຖອນ​ບົດ​ຮຽນ​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ​ເບ​ຣິກ​ສ໌, ພ້ອມ​ທັງ​ຈ້ອງມອງ​ພາບ​ອະ​ນາ​ຄົດແຫ່ງ​ການ​ພັດ​ທະ​ນາ. ທ່ານ​ມິ​ເຊີ ເທ​ເມີ ປະ​ທາ​ນາ​ທິ​ບໍ​ດີ​ເບຼ​ຊິນ, ທ່ານ​ຈາ​ກົບ ຈູ​ມາ ປະ​ທາ​ນາ​ທິ​ບໍ​ດີ​ອາ​ຟ​ຣິ​ກາ​ໃຕ້​ແລະ​ຜູ້​ນຳ​ປະ​ເທດ​ອື່ນໆ​ຈະ​ເຂົ້າ​ຮ່ວມ​ເວ​ທີ​ປຶກ​ສາ​ຫາ​ລື​ດັ່ງ​ກ່າ, ກ່າວ​ປາ​ຖະ​ກະ​ຖາ​ຫຼື​ເຂົ້າ​ຮ່ວມ​ການ​ປຶ​ກ​ສາ​ຫາ​ລື.

ເວ​ທີ​ປຶກ​ສາ​ຫາ​ລື​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຄັ້ງ​ນີ້​ຈະ​ເນັ້ນ​ 4 ຫົວ​ຂໍ້ຄື: "ການ​ຄ້າ​ແລະ​ການ​ລົງ​ທຶນ",

"ການ​ຮ່ວມ​ມື​ແລະ​ພັດ​ທະ​ນາ​ດ້ານ​ການ​ເງິນ", "ການ​ເຊື່ອມ​ຈອດ​ກັນ" ແລະ "ເສດ​ຖະ​ກິດ​ທາງ​ທະ​ເລ". ຜູ້​ຮ່ວມ​ປະ​ຊຸມ​​ມີ​ຜູ້​ນຳ​ຂອງ​ປະ​ເທດ​ເບ​ຣິກ​ສ໌​ແລະ​ຜູ້​ນຳ​ຂອງ​ປະ​ເທດ​ທີ່​ໄດ້​ຮັບ​ຄຳ​ເຊີນ, ຍັງ​ມີ​ຜູ້​ຮັບ​ຜິດ​ຊອບ​ຈາກ​ອົງ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ທະ​ນາ​ຄານ​ພັດ​ທະ​ນາ​ໃໝ່​ຂອງ​ປະ​ເທດ​ເບ​ຣິກ​ສ໌​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ອື່ນໆ, ຍອດ​ຈຳ​ນວນ​ຜູ້​ຮ່ວມ​ປະ​ຊຸມ​ຈະ​ບັນ​ລຸ​ເຖິງ 1200 ຄົນ, ໃນ​ນັ້ນ​ມີ​ຜູ້​ຕາງ​ໜ້າ​ອຸດ​ສາ​ຫະ​ກຳ​ການ​ຄ້າ 1069 ຄົນ​ຈາກ 25 ປະ​ເທດ, ຫຼາຍ​ກວ່າ​ເວ​ທີ​ປຶກ​ສາ​ຫາ​ລື​ທຸກ​ຄັ້ງທີ່​ຜ່ານ​ມາ. ຂະ​ນະ​ດຽວ​ກັນ​ນັ້ນ, ວິ​ສາ​ຫະ​ກິດ​ທີ່​ຮ່ວມ​ປະ​ຊຸມ​ລວມ​ທັງ​ 79 ວິສາ​ຫະ​ກິດທີ່ນອນ​ຢູ່​ໃນ 500 ວິ​ສາ​ຫະ​ກິດ​ເຂັ້ມ​ແຂງ​ໃນ​ໂລກ​ແລະ 115 ວິ​ສາ​ຫະ​ກິດ​ຈີນ​ທີ່​ເປັນ 500 ວິ​ສາ​ຫະ​ກິດ​ເຂັ້ມ​ແຂງ​ຂອງ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ