ປະ​ເທດ​ເບ​ຣິກ​ສ໌​ແມ່ນ​ຜູ້​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກກໍ​ຄື​ຜູ້​ກໍ່​ສ້າງ​ລະ​ບຽບ​ຄວາມ​ປອດ​ໄພ​ສາ​ກົນ
2017-09-03 16:39:34  cri 
ຕອນ​ບ່າຍ​ວັນ​ທີ 3 ກັນ​ຍາ​ນີ້, ໃນ​ເວ​ລາ​ກ່າວ​ປາ​ໄສ​ໃນກອ​ງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອຸດ​ສາ​ຫະ​ກຳ​ການ​ຄ້າ​ປະ​ເທດ​ເບຣິກ​ສ໌​, ທ່ານສີ​ຈິ້ນ​ຜີງ​ກ່າວ​ວ່າ, ປະ​ເທດ​ເບ​ຣິກ​ສ໌​ແມ່ນ​ຜູ້​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກກໍ​ຄື​ຜູ້​ກໍ່​ສ້າງ​ລະ​ບຽບ​ຄວາມ​ປອດ​ໄພ​ສາ​ກົນ. ພວກ​ເຮົາ​ຄວນ​ຮັກ​ສາ​ຫຼັກ​ໝັ້ນ​ແລະ​ວັດ​ຖຸ​ປະ​ສົງຂອງ​ກົດ​ບັດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະ​ຫຼັກ​ການ​ພື້ນ​ຖານ​ຂອງ​ກາຍ​ພົວ​ພັນ​ສາ​ກົນ, ຮັກ​ສາ​ລັດ​ທິ​ຫຼາຍ​ຝ່າຍ​ຢ່າງ​ເດັດ​ດ່ຽວ, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ສາ​ກົນ​ຫັນ​ເປັນ​ແບບ​ປະ​ຊາ​ທິ​ປະ​ໄຕ, ຄັດ​ຄ້ານ​ ລັດທິເຈົ້າ​ມະ​ຫາອຳນາດແລະການເມືອງມະຫາອຳນາດ. ລິ​ເລີ່ມ​ທັດ​ສະ​ນະ​ຮ່ວມ​ຄວາມ​ປອດ​ໄພ, ​ແບບສັງ​ລວມ, ຮ່ວມ​ມື​ແລະ​ຕໍ່​ເນື່ອງ.

ໃນ​ຕອນ​ສຸດ​ທ້າຍ, ທ່​ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ປ​ະ​ເທດ​ເບ​ຣິກ​ຈະ​ຕ້ອ​ນ​ຮັບ​ທົດ​ສະ​ວັດ​ທີ​ສອງ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ມີຊີ​ວິດ​ຊີ​ວາ​ຍິ່ງ​ຂຶ້ນ, ພວກ​ເຮົາ​ຈະ​ທຳ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັບ​ປະ​ຊາ​ຄົມ​ໂລກ, ເຮັດ​ໃຫ້ຜົນ​ການ​ຮ່ວມ​ມື​ຂອງ​ພວກ​ເຮົາ​​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ 5 ປະ​ເທດ, ​ເຮັດ​ໃຫ້​ຄວາມ​ສຸກແຫ່ງ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ຂອງ​ປະ​ເທດ​ຕ່າງໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ