ຈັດກອງ​ປະ​ຊຸມ​ສົ່ງ​ເສີມ​ການ​​ລົງ​ທຶນ​ຢູ່​ເຂດ​ເສດ​ຖະ​ກິດ​ພິ​ເສດ​ສະ​ຫວັນ​ເຊ​ໂນ​ແລະ​ແຂວງ​ສະ​ຫວັນ​ນະ​ເຂດ ສ​ປ​ປ ລາວຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ
2017-09-04 17:19:36  cri 


ວັນ​ທີ 3 ກັນ​ຍາ​ນີ້, ກອງ​ປະ​ຊຸມ​ສົ່ງ​ເສີມ​ນັກ​ທຸ​ລະ​ກິດເຂົ້າ​ລົງ​ທຶນ​ຢູ່ເຂດ​ເສດ​ຖະ​ກິດ​ພິ​ເສດ​ສະ​ຫວັນ​ເຊ​ໂນ​ແລະ​ແຂວງ​ສະ​ຫວັນ​ນະ​ເຂດ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ. ທ່ານ ລຽງ​ໄຮ​ຢາງ ປະ​ທານ​ບໍ​ລິ​ຫານ​ງານ​ຂອງ​ສະ​​ຫະ​ພັນ​ການ​ຄ້າ​ຊາວ​ຈີນ​ຕ່າງ​ດ້າວ​ແລະ​ຊາວ​ຕ່າງ​ປະ​ເທດ​ເຊື້ອ​ສາຍ​ຈີນ​​ໃນໂລກ ຫົວ​ໜ້າ​​ຄະ​ນະ​ຢ້ຽມ​ຢາມລາວ​ເພື່ອວັດ​ທະ​ນະ​ທຳ​​ແລະການ​ຮ່ວມ​ມື​ສາ​ກົນ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ​ກໍ​ຄື​ຜູ້​ຕາງ​ໜ້ານັກ​ທຸ​ລະ​ກິດ, ທ່ານດ​ຣ ຈັນ​ເພັງ ສຸ​ທິ​​ວົງ ເລ​ຂາ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ສ​ປ​ປ ລາວ​ໄດ້​ນຳ​ພາ​ຄະ​ນະເຂົ້າ​ຮ່ວມ​.


ທ່ານ ລຽງ​ໄຮ​ຢາງ ໃຫ້​ຮູ້​ວ່າ: ເພື່ອ​ປະ​ສົມ​ປະ​ສານ​ແລະ​ຊຸກ​ຍູ້ "​ການ​ຮ່ວມ​ມື​ສາ​ກົນ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ​ໃຫ້​ດີກວ່າ​ເກົ່າ, ຈີນ​ແລະ​ລາວ​ໄດ້​ຕົກ​ລົງ​ຈະ​ຮ່ວມ​ກັນ​ຈັດ "ຄະ​ນະ​ຢ້ຽມ​ຢາມ​ລາວ​ເພື່ອວັດ​ທະ​ນະ​ທຳ​ແລະ​ການ​ຮ່ວມ​ມື​ສາ​ກົນ​​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ​ເຂົ້າ​ສູ່​ ສ​ປ​ປ ລາວ​"ໃນ​ວັນ​ທີ 23 ຫາ​ວັນ​ທີ 28 ກັນ​ຍາ​ນີ້ ໂດຍ​ຍັງຈະ​ຈັດ​ງານ​ວາງ​ສະ​ແດງ​ແລະ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ທີ່​ກ່ຽວ​ຂ້ອງ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ ສ​ປ​ປ ລາວ ເພື່ອນຳ​ເອົາ​ຜົນ​ງານ​ສິ​ລະ​ປະ​ຫຼາຍກວ່າ 80 ລາຍ​ການ​ໄປ​ວາງ​ສະ​ແດງ ແລະ​ຄາດ​ວ່າ, ໂຄງ​ການ​ທີ່​ສຳ​ຄັນ​ແລະ​ໃຫຍ່ທີ່​ໃນ​ການ​ຈັບ​ຄູ່​ລົງ​ທຶນ​ແລະ​ການ​ເຊັນ​ບົດ​ບັນ​ທຶກ​ການ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ​ຈະ​ມີ​​ຫຼາຍກວ່າ 50 ໂຄງ​ການ ໂດຍ​ມີຍອດ​ມູນ​ຄ່າ​ການ​ລົງ​ທຶນ​ ຫຼາຍກວ່າ 30 ຕື້ຢວນ.


ທ່ານດ​ຣ. ຈັນ​ເພັງ ສຸ​ທິ​ວົງ ກ່າວ​ໂດຍ​ເຊື່ອ​ໝັ້ນ​ວ່າ​​ຫຼັງ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ໃນ​ວັນ​ທີ 23 ຫາ​ວັນ​ທີ 28 ກັນ​ຍາ​ນີ້, ຈະ​​ບັນ​ທຶກ​ໜ້າປະ​ຫວັດ​ສາດ​ໃໝ່​ໃຫ້​ແກ່​ແຜນ​ການ​ແລະ​ຍຸດ​ທະ​ສາດ​ການ​ເງິນ​ສະ​ບັບໃໝ່​ຂອງ​ພາກ​ພື້ນ​ແມ່​ນ້ຳ​ຂອງ.


ໃນ​ການ​ຖະ​ແຫຼງ​ຂ່າວ, ທ່ານດ​ຣ. ຈັນ​ເພັງ ສຸ​ທິ​ວົງໄດ້​ມອບ​ກະ​ແຈ​ຄຳ​ທີ່​ເປັນ​ສັນ​ຍະ​ລັກຂອງ​ຄວາມ "ຍິນ​ດີ​ຕ້ອນ​ຮັບ​ເຂົ້າ​ສູ່ ສ​ປ​ປ ລາວ ເປີດ​ປະ​ຕູ​ປະ​ເທດ​ລາວ" ໃຫ້​ແກ່​ທ່ານ ລຽງ​ໄຮ​ຢາງ ຫົວ​ໜ້າ​​ຄະ​ນະ​ຢ້ຽມ​ຢາມ​ຝ່າຍ​ຈີນ. ​ແລະນັກ​ສິ​ລະ​​ປິນ​ຈີນ​ໄດ້​ມອບ​ສິ​ລະ​ປະ​ຮູບ​ແຕ້ມ​ຈີນ​ໃຫ້​ແກ່​ລັດ​ຖະ​ບານ​ລາວ, ອົງ​ການ​ປົກ​ຄອງ​ແຂວງ​ສະ​ຫວັນ​ນະ​ເຂດແລະ​ຜູ້​ຮັບ​ຜິດ​ຊອບ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ສະ​ຫວັນ​ເຊ​ໂນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ