ບັນ​ດາ​ປະ​ເທດບ​ຣິກ​ສ໌​ຄວນ​ເພີ່ມ​ທະ​ວີ​​ການ​ຮ່ວມ​ມື​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ,ວັດ​ທະ​ນະ​ທຳ​
2017-09-04 17:33:04  cri 
ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອຸດ​ສາ​ຫະ​ກຳ​ການ​ຄ້າ​ປະ​ເທດບ​ຣິກ​ສ໌​ປີ 2017 ໄດ້​ໄຂ​ຂຶ້ນ​ຢູ່​ເມືອງ​ເຊ້ຍເຫມິນແຂວງ​ຟູ​ຈ້ຽນ ສ​ປ ຈີນ​ໃນ​ວັນ​ທີ 3 ກັນ​ຍາ​ນີ້ ໂດຍ ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມແລະ​ກ່າວ​ໄຂ​ກອງ​ປະ​ຊຸມ. ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານ ຄາ​ມັດ ຜູ້​ວ່າ​ການ​ທະ​ນາ​ຄານ​ພັດ​ທະ​ນາ​ໃໝ່​ບ​ຣິກ​ສ໌​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI ວ່າ: ໃນ​ໂອ​ກາດ​ທີ່ທ່ານ ສີ​ຈິ້ນ​ຜິງ ​ປາ​ໄສ, ທ່ານ​ໄດ້​ບັນ​ລະ​ຍາຍ​ໂອ​ກາດ​ທີ່​ໄດ້​ຮັບແລະ​ສິ່ງ​ທ້າ​ທາຍ​ທີ່​ປະ​ເທດບ​ຣິກ​ສ໌​ພວມຜະ​ເຊີນ​​ກໍ​ຄື​ບັນ​ຫາ​ທີ່​ຕ້ອງ​ໄດ້​ຮັບ​ການແກ້​ໄ​ຂ​ໂດຍ​ດ່ວນ​ໃນ​ປັດ​ຈຸ​ບັນ ເຊິ່ງ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຕົນ​ຢ່າງ​ເລິກ​ເຊິ່ງ. ທ່ານ ກ່າວ​ຕື່ມ​ວ່າ: ຄຳ​ປາ​ໄສ​ຂອງ​ທ່ານ ສີ​ຈິ້ນ​ຜິງ ໄດ້​ສົ່ງ​ສັນ​ຍານ​ທີ່​ສຳ​ຄັນ​ອັນ​ໜຶ່ງ ເຊິ່ງນັ້ນ​​ກໍ​ຄື​ປະ​ເທດບ​ຣິກ​ສ໌​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ຕື່ມ​ອີກ ໂດຍ​ຕົນ​ເຫັນ​ພ້ອມ​ແລະ​ຊົມ​ເຊີຍ​ທີ່​ສຸດ. ທ່ານ​ ຄາ​ມັດ ກ່າວ​ວ່າ: ກໍ​ເໝືອນ​ດັ່ງ​ທ່ານ ສີ​ຈິ້ນ​ຜິງ ກ່າວ, ຕົນ​ກໍ​ເຫັນ​ວ່າ​ປະ​ເທດບ​ຣິກ​ສ໌​ຄວນ​ເປີດກວ້າງ​ການ​ຮ່ວມ​ມື​​ໃນ​​ກາ​ນ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ,ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ແລະ​ຂົງ​ເຂດ​ອື່ນໆ​ຕື່ມ​ອີກຢ່າງ​ແທ້​ຈິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ