ລັດ​ຖະ​ມົນ​ຕີ​ກະ​ຊວງ​ໂຍ​ທາ​ທິ​ການ​ແລະ​ຂົນ​ສົ່ງ​ລາວ​ຊົມ​ເຊີຍ​ຄວາມ​ຄືບ​ໜ້າ​ການ​ກໍ່​ສ້າງ​ໂຄງ​ການ​ທາງ​ລົດ​ໄຟ​ລາວ-ຈີນ
2017-09-04 10:12:23  cri 
ເມື່​ອ​ມໍ່ໆ​ມາ​ນີ້, ຂະ​ນະ​ທີ່ທ່ານ​ບຸນ​ຈັນ ສິນ​ທະ​ວົງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ໂຍ​ທາ​ທິ​ການ​ແລະ​​ຂົນ​ສົ່ງ​ລາວ​ກ່າວ​ໃນ​ໂອ​ກາດ​ລົງ​ຊີ້​ນຳ​​ໂຄງ​ການ​ທາງ​ລົດ​ໄຟ​ລາວ-ຈີນ ຂອງ​ບໍ​ລິ​ສັດ 5BCSCEC ໂດຍ​ໄດ້​ຊົມ​ເຊີຍຄວາມ​ຄືບ​ໜ້າ, ຄຸນ​ນະ​ພາບ​ແລະ​ຄວາມ​ປອດ​ໄພ​ຂອງ​ໂຄງ​ການ​ດັ່ງ​ກ່າວ​ວ່າ: ​ນັກ​ວິ​ຊາ​ການ​ແລະ​ກຳ​ມະ​ກອນ​ຈີນ​ເຮັດ​ໄດ້​ໄວຫຼາຍ ແລະ​ເຫັນ​ວ່າ​ການ​ຄຸ້ມ​ຄອງ​ສະ​ຖານ​ທີ່​ກໍ່​ສ້າງ​​ກໍໄດ້​ຕາມ​ມາດ​ຕະ​ຖານ.

ທ່ານ​ບຸນ​ຈັນ​ກ່າວ​ວ່າ, ລັດ​ຖະ​ບານ​ລາວ​ເອົາ​ໃຈ​ໃສ່​ທີ່​ສຸດ​ຕໍ່​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ​ພ້ອມ​ທັງ​ຈະ​ອຳ​ນວຍ​ຄວາມ​ສະ​ດວກ​ແລະ​​ຊ່ວຍ​ເຫຼືອໂຄງ​ການເທົ່າ​ທີ່​ຈຳ​ເປັນ​ໃຫ້​ສຳ​ເລັດ​ໂດ​ຍ​ໄວ ເພື່ອຊຸກ​ຍູ້​ການ​ເຊື່ອມ​ຈອດ​​ລະ​ຫວ່າງ​ສອງ​ປະ​ເທດ ແລະ​ບັນ​ລຸ​​ຕາມ​ເປົ້າ​ໝາຍ​ທີ່​ໄດ້​ປຶກ​ສາ​ຫາ​ລື​ຮ່ວມ​ກັນ, ກໍ່​ສ້າງ​ຮ່ວມ​ກັນ ແລະ​ຊົມ​ໃຊ້​ຮ່ວມ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ