ມາເລເຊຍເຂົ້າຮ່ວມສະຫະພັນການຮ່ວມມືຄັງສະໝອງສາກົນ "ໜຶ່ງແລວທາງໜຶ່ງເສັ້ນທາງ"
2017-09-04 17:17:50  cri 
    ກ່ອນໜ້ານີ້ບໍ່ດົນ, ສະຖາບັນວິໄຈຍຸດທະວີແລະຄົ້ນຄວ້ານະໂຍບາຍມາເລເຊຍ ຫຼື INSAP ໄດ້ເຂົ້າຮ່ວມສະຫະພັນການຮ່ວມມືຄັງສະໝອງສາກົນ "ໜຶ່ງແລວທາງໜຶ່ງເສັ້ນທາງ", ຂະນະທີ່ທ່ານ ໂຮກົກຈູງ ຮອງປະທານສະມາຄົມຊາວຈີນມາເລເຊຍ ທັງເປັນປະທານສະຖາບັນດັ່ງກ່າວ ເປີດເຜີຍຢູ່ກົວລາລຳເປີວ່າ, ຄັງສະໝອງມາເລເຊຍ ຈະເສີມຂະຫຍາຍບົດບາດສຳຄັນໃນການຮ່ວມມືສາກົນ "ໜຶ່ງແລວທາງໜຶ່ງເສັ້ນທາງ".

    ທ່ານ ໂຮກົກຈູງ ກ່າວຕື່ມວ່າ, ເຖິງວ່າມາເລເຊຍແລະຈີນໄດ້ມີໂຄງການໂຕແບບໃນການຮ່ວມມືເສດຖະກິດການຄ້າ ແລະການກໍ່ສ້າງພື້ນຖານໂຄງລ່າງ, ແຕ່ຍັງຕ້ອງຂຸດຄົ້ນຄວາມສາມາດຊົ່ມຊ້ອນໃນການຮ່ວມມືລະຫວ່າງຄັງສະໝອງຕື່ມອີກ. ແນວໃດກໍດີ, ສະຖາບັນຕົນຍິນດີເພີ່ມທະເວີການແລກປ່ຽນກັບສະຫະພັນການຮ່ວມມືຄັງສະໝອງສາກົນ "ໜຶ່ງແລວທາງໜຶ່ງເສັ້ນທາງ", ເພື່ອປະກອບສ່ວນຮ່ວມມືໃນຂົງເຂດການຄ້າສອງປະເທດ, ການແລກປ່ຽນວັດທະນະທຳແລະການສຶກສາ, ການປະສານໃຈປະຊາຊົນ, ການຄົ້ນຄວ້າຫົວຂໍ້ສຳຄັນ ແລະຂົງເຂດອື່ນໆທີ່ກ່ຽວຂ້ອງກັບ "ໜຶ່ງແລວທາງໜຶ່ງເສັ້ນທາງ" ນັ້ນໃຫ້ຫຼາຍກວ່າເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ