ທ້າຍ​ປີ​ນີ້ ກຳ​ປູ​ເຈຍ​ຈະ​​ຊ້ອມ​ຮົບ​​ໃຫຍ່​
2017-09-05 11:34:16  cri 

ກອງທັບລາຊະ​ອານາຈັກ​ກຳປູ​ເຈຍ ຈະ​​ຊ້ອມ​ຮົບດ້ວຍ​ລູກປືນ​ແທ້​ຢ່າງ​ຂະໜາດ​ໃຫຍ່​ຢູ່​ແຂວງ​ກຳ​ປົດ ​ໃນ​ເດືອນ​ພະຈິກ​ປີ​ນີ້.

ທັງ​ນີ້, ​ແຫຼ່ງຂ່າວຈາກ​ທາງ​ການ​ກຳປູ​ເຈຍ ​ໄດ້​​ໃຫ້​ຮູ້​ໃນ​ວັນ​ທີ 4 ກັນຍາ​ນີ້​ວ່າ: ການ​ຊ້ອມ​ຮົບ​ດ້ວຍ​ລູກປືນ​ແທ້​ທີ່​ມີ​ຂະໜາດ​ໃຫຍ່​ເທື່ອ​ນີ້ ກໍ​ເພື່ອ​ຍົກ​ຂີດ​ຄວາມ​ສາມາດ​ການ​ສູ້​ຮົບ​ຂອງ​ກອງທັບ​ຕົນ​ໃຫ້​ສູງ​ຂຶ້ນ ​ແລະ​ເສີມ​ສ້າງ​ກຳລັງ​ປ້ອງ​ກັນ​ປະ​ເທດ​ໃຫ້​ເຂັ້ມ​ແຂງ. ສື່​ມວນ​ຊົນ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ: ນາຍ​ແລະ​ພົນທະຫານ​ທີ່​ຈະເຂົ້າຮ່ວມຊ້ອມຮົບດັ່ງກ່າວມີປະມານ 1.000 ຄົນ, ຂະນະທີ່​ອາວຸດ​​ລວມທັງ​ອາວຸດ​ໜັກ​ປະ​ເພດຕ່າງໆ ​ເປັນຕົ້ນ ປືນ​ໃຫຍ່ B40, ປືນ​ໃຫຍ່ B41 ​ແລະ ລົດ​ຕັງ ກໍ​ຈະ​ນຳ​ໃຊ້​ເຂົ້າ​ໃນ​ການ​ຊ້ອມ​ຮົບ​ເຊັ່ນ​ດຽວ​ກັນ.

​ກ່ອນ​ໜ້າ​ນີ້ ຄື ​ເມື່ອເດືອນ​ມີນາ​ປີ 2010, ​ເດືອນ​ເມສາ​ ​ແລະ​ເດືອນ​ທັນວາ ປີ 2013, ກອງທັບ​ກຳປູ​ເຈຍ ກໍ​ໄດ້​ຊ້ອມ​ຮົບດ້ວຍລູກປືນ​ແທ້ມາ​ແລ້ວ ລວມທັງ​ການ​ຊ້ອມ​ຍິງ​ຈະຫຼວດ BM21 ອີກສາມ​ເທື່ອ.

ຂະນະ​ທີ່​ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ​ກອງທັບ​ກຳປູ​ເຈຍ ​​ໄດ້ຢືນຢັນວ່າ: ການຊ້ອມ​ຮົບ​ດ້ວຍ​ລູກປືນ​ແທ້ ພ້ອມ​ດ້ວຍ​ການ​ທົດ​ລອງ​ອາວຸດ​ຮຸ່ນ​ໃໝ່​ນັ້ນ ບໍ່​ໄດ້​ແນ​ໃສ່​ປະ​ເທດ​ອື່ນ​ໃດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ