ກຽມ​ຈັດກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນຈະ​ຈັດ​ຂຶ້ນ​ໃນ​ອາທິດ​ໜ້າ
2017-09-05 15:38:36  cri 

ກອງປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນຄັ້ງທີ 14 ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 12-14 ກັນຍາ​ນີ້​ຢູ່​ເມືອງ​ໜານ​ໜິງ ​ສປ ຈີນ ​ໂດຍ​ເນັ້ນຫົວ​ຂໍ້ "ຮ່ວມ​ກັນ​ສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21, ການທ່ອງທ່ຽວ​ຊຸກຍູ້​ການ​ເຊື່ອມ​​ໂຍງເສດຖະກິດພາກ​ພື້ນ" ​ແລະ ຈະມີ 8 ກິດຈະກຳ​ສຳຄັນ ​ເປັນຕົ້ນ ກອງ​ປະຊຸມ​ໂຕ​ະ​ມົນ​ລະຫວ່າງຜູ້ນຳ​ປະ​ເທດບຣູ​ໄນ​ແລະ​ຜູ້​ບໍລິຫານ​ທຸລະ​ກິດ​ສູງ​ສຸດ​ຂອງ​ວິ​ສາ​ຫະກິດ​ຈີນ, ການສຳ​ມະ​ນາການ​ຮ່ວມ​ມື​ດ້ານ​ກົດໝາຍ​ທຸລະ​ກິດ​ການ​ຄ້າ​ຈີນ-ອາ​ຊຽນ, ​ເວທີ​ປຶກສາ​ຫາລື​ຜູ້ນຳ​ວົງ​ການ​ທຸລະ​ກິດ​ຈີນ-ອາ​ຊຽນ, ກອງ​ປະຊຸມ​ແລກປ່ຽນ​ກິດຈະການ​ການ​ຄ້າ​​ເອ​ເລັກ​ໂຕຣນິກຂ້າມ​ຊາດ​ຈີນ-ອາ​ຊຽນ ​ແລະ ການ​ສຳ​ມະ​ນາ​ການ​ຄ້າ​ການ​ລົງທຶນ​ເຂດ​ພັດທະນາ​ພາກ​ຕາ​ເວັນ​ອອກ​ອາ​ຊຽນ.

ທ່ານ​ຕິ່ງ​ຢວນລົງ ຮອງຫົວໜ້າ​ສຳນັກເລຂາກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນ ຢືນຢັນ​ວ່າ: ບົນພື້ນຖານ​ການ​ມີ​​ເວທີການຮ່ວມ​ມື​ເສດຖະກິດ​ການ​ຄ້າ​ ແລ້ວນັ້ນ, ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນພວມ​ຕັ້ງໜ້າ​ສ້າງ​ກົນ​ໄກ​ການ​ຮ່ວມ​ມື​ສາກົນຫຼາຍຝ່າຍ ເພື່ອ​ສ້າງ​ຊ່ອງ​ທາງ​ສື່ສານ​ແລກປ່ຽນຫຼາຍ​ເຄົ້າ​ໃຫ້​ແກ່​ພາກ​ພື້ນ​ຈີນ-ອາ​ຊຽນ ພ້ອມ​ດ້ວຍ​ປະ​ເທດ​​ແລະເຂດ​ແຄວ້ນນອກ​ພາກ​ພື້ນ. ຂະນະ​ທີ່​ເວທີ​ການ​ຄ້າ​ເອ​ເລັກ​ໂຕຣນິກຂ້າມ​ຊາດ​ຈີນ-ອາ​ຊຽນ ​ກໍໄດ້​ກາຍ​ເປັນ​ໜຶ່ງ​ໃນ​ກົນ​ໄກ​ຮ່ວມ​ມື​ໃໝ່​ຂອງຫຼາຍຝ່າຍ​ລະຫວ່າງ​ຈີນ-​ອາ​ຊຽນ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ