ບ​ຣິກ​ສ໌ບັນ​ລຸ​ການ​ເຊັນ​ສັນ​ຍາ​ຮ່ວມ​ມື​ 4 ສະ​ບັບ
2017-09-05 11:40:08  cri 
ຕາມ​ຂ່າວCRI: ຕອນ​ບ່າຍ​ວັນ​ທີ 4 ກັນ​ຍາ​ນີ້, ກອງ​ປະ​ຊຸມຫາ​ລື​ລະ​ຫວ່າງ​ສະ​ພາ​ອຸດ​ສາ​ຫະ​ກຳ​ການ​ຄ້າ-​ຜູ້​ນຳ​ປະ​ເທດບ​ຣິກ​ສ໌​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ເຊ້ຍ​ເຫມິນ​ແຂວງ​ຟູ​ຈ້ຽນ​ຂອງ​ຈີນ ໄດ້​ກ້າວ​ມາ​ສູ່​ການ​ລົງ​ທຶນ​ໃນສັນ​ຍາ​ຮ່ວມ​ມື 4 ສະ​ບັບ​ຄື: "ແຜນ​ການຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ" "​ແຜນ​ການ​ຮ່ວມ​ມື​ປະ​ດິດ​ສ້າງ​ໃໝ່" "ຂອບ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ດ່ານ​ພ​າ​ສີ" ແລະ "ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ວ່າ​ດ້ວຍ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສະ​ພາ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ບ​ຣິກ​ສ໌​ແລະ​ທະ​ນາ​ຄານ​ພັດ​ທະ​ນາ​ໃໝ່" ໂດຍ​ຜູ້​ນຳ 5 ປະ​ເທດບ​ຣິກ​ສ໌​ຮ່ວມ​ເປັນ​ສັກ​ຂີ​ພິ​ຍານ.

ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນກ່າວ​ວ່າ: ຫວັງ​ວ່າ​ສະ​ພາອຸດ​ສາ​ຫະ​ກຳ​ການ​ຄ້າ​ແລະ​ທະ​ນາ​ຄານ​ພັດ​ທະ​ນາ​ໃໝ່​​ຈະນຳ​ພາ​ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​​ແລະ​ທະ​ນາ​ຄານ​ຂອງ​ບັນ​ດາ​ປະ​ເທດບ​ຣິກ​ສ໌​ຜັນ​ຂະ​ຫຍາຍ​ຄວາມ​ເປັນ​ເອ​ກະ​ພາບ​ຂອງ​ຜູ້​ນຳ​ມາ​ສູ່​ການ​ປະ​ຕິ​ບັດ​ຕົວ​ຈິງ​ເພື່ອ​ບັນ​ລຸ​ການ​ພັດ​ທະ​ນາ​ຮ່ວມ.

ຜູ້​ນຳ​ປະ​ເທດບ​ຣິກ​ສ໌​ທ່ານ​ອື່ນໆກໍ​ໄດ້​ເຫັນ​ດີ​ຕໍ່​ວຽກ​ງານ​ຂອງສະ​ພາອຸດ​ສາ​ຫະ​ກຳ​ການ​ຄ້າ​ແລະ​ທະ​ນາ​ຄານ​ພັດ​ທະ​ນາ​ໃໝ່​ເປັນ​ຢ່າງ​ສູງ​ທັງ​ກ່າວ​ດ້ວຍ​ຄວາມ​ເຊື່ອ​ໝັ້ນວ່າ​ສອງ​ອົງ​ການ​ດັ່ງ​ກ່າວ​ຈະ​ປະ​ກອບ​ສ່ວນ​​ໃຫ້​ແກ່​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດບ​ຣິກ​ສ໌ແລະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ປະ​ເທດບ​ຣິກ​ສ໌​ຢ່າງ​ໃຫຍ່​ຫຼວງກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ