ມາ​ເລ​ເຊຍ​ຈະ​ສົ່ງ​​ເຈົ້າ​ໜ້າ​ທີ່​ໄປ​ມາ​ດາ​ກັ​ສ​ກາ​ຮັບ​ຊິ້ນສ່ວນ​ທີ່​ຖືກ​ສົງ​ໄສ​​ເປັນ​ຂອງ​ເຮືອ​ບິນ​ໂດຍ​​ສານ MH370
2017-09-06 16:46:55  cri 
ວັນ​ທີ 5 ກັນ​ຍາ​ນີ້, ທ່ານ ລຽງ​ຈົ່ງ​ໄລ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ມາ​ເລ​ເຊຍ​ກ່າວ​ໃນ​ຂະ​ນະ​ເຂົ້າ​ຮ່ວມ​ພິ​ທີ​ສະ​ຫຼອງ "ສັບ​ປະ​ດາວຽກ​ງານ​ທາງ​ທະ​ເລ​ໂລກ​"ຂອງ​ມາ​ເລ​ເຊຍ​ 2017 ຢູ່​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ​ວ່າ: ກົມ​ການ​ບິນ​ພົນ​ລະ​ເຮືອນ​ໄດ້​ສົ່ງ​ເຈົ້າ​ໜ້າ​ທີ່​ເດີນ​ທາງ​ໄປ​ມາ​ດາ​ກັ​ສ​ກາ​ເພື່ອ​ຮັບ​ເອົາຊິ້ນສ່ວນ​ທີ່​ຖືກ​ສົງ​ໄສ​ວ່າ​ເປັນ​ຂອງ​ເຮືອ​ບິນໂດຍ​ສານ MH370.

ບໍ​ລິ​ສັດ​ BBC ອັງ​ກິດ​ລາຍ​ງານ​ໃນ​ເດືອນ​ພຶດ​ສະ​ພາ​ປີ 2016 ວ່າ: ທ່ານ ບ​ລານ ກິບ​ຊັນ ຄົນ​ອາ​ເມ​ລິ​ກາ​ທີ່​ໄດ້​ຕິດ​ຕາມ​ຈຸດ​ຕົກ​ຂອງ​ເຮືອ​ບິນ​ໂດຍ​ສານ MH370 ມາ​ໂດຍ​ຕະ​ຫຼອດໄດ້​​ພົບຊິ້ນ​ສ່ວນ​ທີ່​ຖືກ​ສົງ​ໄສ​​ເປັນ​ຂອງ​ເຮືອ​ບິນ​ລຳ​ດັ່ງ​ກ່າວສອງ​ແຜ່ນ​ຢູ່​ແຄມ​ຝັ່ງ​ເກາະ​ນອຍ​ຊີ ບໍ​ຣາ​ຮາ​ທາງ​ພາກ​ຕາ​ເວັນ​ອອກ​ມາ​ດາ​ກັ​ສ​ກາ.

ໃນ​ວັນ​ທີ 8 ມີ​ນາ​ປີ 2014, ​ເຮືອ​ບິນ​ໂດຍ​ສານ MH370 ທີ່​ບິນ​ຈາກ​ກົວ​ລາ​ລຳ​ເປີ​​ສູ່ປັກ​ກິ່ງ​​ໄດ້ຂາດ​ການ​ຕິດ​ຕໍ່​ກັບ​ພາກ​ພື້ນ​ດິນ ໂດຍຢູ່​​ໃນ​ເຮືອ​ບິນ​ມີ​ຜູ້​ໂດຍ​ສານ​ແລະ​ຈຸ​ບິນ 239 ຄົນ; ​ມາ​ເຖິງ​ວັນ​ທີ 29 ມັງ​ກອນ​ປີ 2015, ກົມ​ການ​ບິນ​ພົນ​ລະ​ເຮືອນມາ​ເລ​ເຊຍ​ໄດ້​ອອກ​ມາ​ປະ​ກາດ​ເຮືອ​ບິນ​ຕົກ ແລະ​ຢືນ​ຢັນ​ວ່າ​ຜູ້​ໂດຍ​ສານ​ລວມ​ທັງ​ຈຸ​ບິນ​ທັງ​ໝົດ​ໄດ້​ເສຍ​ຊີ​ວິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ