ນັກ​ກິ​ລາ​ແຂວງ​ເຈີ້​ຈ່ຽງ​ຊະ​ນະ​ເລີດ​​ແລ່ນ​ແລະ​ລ​ານ 100 ແມັດ​ແລະ 200 ແມັດ​ຊາຍໃນ​​ມະ​ຫະ​ກຳກິ​ລາ​ແຫ່ງ​ຊາດ
2017-09-06 17:25:30  cri 


ຕາມ​ຂ່າວCRI: ວັນ​ທີ 5 ກັນ​ຍາ​ນີ້ ໃນ​ການ​ແຂ່ງ​ຂັນ​ຮອບ​ຊິງ​ຊະ​ນະ​ເລີດ​ແລ່ນ​ 100 ແມັດ​ແລະ 200 ແມັດ​ຊາຍ​ໃນ​ມະ​ຫະ​ກຳ​ກິ​ລາ​ແຫ່ງ​ຊາດ​ທຽນ​ສິນ, ທ້າວ ເຊ້ຍ​ເຈີ້ນ​ເຢ້ ນັກ​ກິ​ລາ​ແຂວງ​ເຈີ້​ຈ່ຽງ​ໄດ້​ເປັນ​ແຊ໊ມ​ດ້ວຍ​ການ​ໃຊ້​ເວ​ລາ 20:20 ວິ​ນາ​ທີແລະ​ກໍ​ສົມ​ດັ່ງ​ໃຈ​ກອງ​ເຊຍ ທັງ​ເປັນ​ການ​ສ້າງ​ສະ​ຖິ​ຕິ​ໃໝ່​ຂອງ​ລາຍ​ການ​ແຂ່ງ​ຂັນ​ປະ​ເພດ​ນີ້​ໃນ​ທົ່ວ​ປະ​ເທດ ທັງ​ກາຍ​ເປັນ​ແຊ໊ມ​ຜູ້​ທີ 7 ທີ່​ຊະ​ນະ​ເລີດ​ໃນ​ການ​ແຂ່ງ​ຂັນ​ສອງ​ລາຍ​ການໃນ​ປະ​ຫວັດ​ສາດ​ຂອງມະ​ຫະ​ກຳ​​ກິ​ລາແຫ່ງ​ຊາດ. ຫຼັງ​ການ​ແຂ່ງ​ຂັນ, ທ້າວ ເຊ້ຍ​ເຈີ້ນ​ເຢ້ ​ໜຸ່ມ​ເຈົ້າ​ຊູ້​ຄົນ​ນີ້​ເວົ້າດ້ວຍ​ຄວາມ​ຖ່ອມ​ຕົນວ່າ, ຖ້າ​ຢາກ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ແຂ່ງ​ຂັນ​ລະ​ດັບ​ສາ​ກົນ​ດ້ວຍ​ເວ​ລາດັ່ງ​ກ່າວ​ຍັງ​​ບໍ່​ພຽງ​ພໍເທື່ອ ​ເຊິ່ງຕ້ອງ​​ໄດ້​ພະ​ຍາ​ຍາມ​​ຢ່າງ​​ຕໍ່​ເນື່ອງ, ການ​ກ້າວ​​ສູ່​ນັກ​ກິ​ລາ​ລະ​ດັບ​ສາ​ກົນ​ເໝືອນ​ດັ່ງ ທ້າວ ອູ​ຊານ ໂບດ ນັກ​ກິ​ລາ​ຈາ​ໄມ​ກາ ແລະ ທ້າວ ​ຈັສ​ຕິນ ອາ​ເລັກ​ຊັນ​ເດີ ກັດ​ລິນ ນັກ​ກິ​ລາ​ອາ​ເມ​ລິ​ກາ​ນັ້ນຍັງ​ຕ້ອງ​ບຸກ​ບືນ​ອີກ​ແລະ​ກໍ​ເປັນ​ສິ່ງ​ຈຳ​ເປັນ​ຕ້ອງ​ໄດ້​ເຮັດ​ໃນ​ປັດ​ຈຸ​ບັນ. ສຳ​ລັບ​ຂ​ອ້ຍ​ແລ້ວ​ກໍ​ຈະ​ສືບ​ຕໍ່​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ດ້ວຍ​ຄວາມ​ອົດ​ທົນ.
1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ