ລັດຖະບານລາວກະກຽມຕ້ອນຮັບປີທ່ອງທ່ຽວ ລາວ 2018
2017-09-06 15:50:43  cri 

ຂປລ.ລັດຖະບານ ກຳລັງປຶກສາ​ຫາລື ​​ແຜນການ​ກະກຽມ​ເປີດ ​ປີ​ທ່ອງ​ທ່ຽວ​ລາວ 2018, ​ໂດຍ​ສະ​ເພາະຂອດ​ບໍລິການ, ການປັບປຸງ​ແກ້​ໄຂ
​ຂໍ້​ຈຳກັດກົດ​ໜ່ວງ​ຖ່ວງ​ດຶງ​ວຽກ​ງານ​ການທ່ອງ ທ່ຽວ, ​ຖືກຕ້ອງສອດຄ່ອງ​ກົດໝາຍແລະລະບຽບ​ການ.

ກອງ​ປະຊຸມດັ່ງກ່າວ, ​ມີ​ຂຶ້ນ​ໃນວັນ​ທີ 4 ກັນຍາ ນີ້ ທີ່​ສຳນັກງານ​ນາຍົກລັດຖະມົນຕີ ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານສອນ​ໄຊ ສີ​ພັນ
​ດອນ ຮອງ​ນາຍົກລັດຖະມົນຕີ, ມີທ່ານ ບໍ່​ແສງ​ຄຳວົງ​ດາລາ ລັດຖະມົນຕີກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ​ແລະທ່ອງ​ທ່ຽວ, ບັນດາ
​ຮອງ​ ລັດຖະມົນຕີ, ​ຮອງ​ເຈົ້າ​ແຂວງ, ​ເຈົ້າ​ຄອງ​ນະຄອນຫລວງ​, ພ້ອມ​ດ້ວຍ​ພະນັກງານ​ວິຊາ​ການທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ​ສອນ​ໄຊ ສີ​ພັນ​ດອນ ​ໄດ້​ເນັ້ນ​ໜັກ​ໃຫ້​ພາກສ່ວນ ​ແລະ ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ເອົາ​ໃຈ​ໃສ່​ຕໍ່​ວຽກ​ງານ​ປ້ອງ​ກັນ​ຄວາມ​ສະຫງົບ,
ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ຄວາມ​ສະອາດ​ຈົບງາມ​ໃນ​ສັງຄົມ​,ໂດຍ​ສະ​ເພາະຕ້ານ ​ແລະ ສະກັດ​ກັ້ນ​ ປະກົດ​ການ​ຫຍໍ້​ທໍ້ ຂີ້ລັກ, ປຸ້ນ​
ຈີ້ຊິງ​ຊັບ, ການ​ກໍ່​ອາ​ຊະ​ຍາ​ກຳແລະ ​ປະກົດ​ການ​ຫຍໍ້​ທໍ້​ອື່ນໆ ທີ່​ເປັນ​ພາບ​ພົດ​ບໍ່​ດີ, ປັບປຸງ​ພື້ນ​ຖານ​ໂຄງ​ລ່າງ​ເພື່ອ​ຮອງ​ຮັບ​ການທ່ອງທ່ຽວ​ທີ່​ຈຳ
​ເປັນ ​ເຊັ່ນ: ເສັ້ນທາງ, ສະໜາມ​ບິນ, ສະຖານ​ທີ່​ທ່ອງ​ທ່ຽວ, ທີ່​ພັກ, ຮ້ານ​ອາຫານ, ພາຫະນະ​ຂົນ​ສົ່ງແລະ ລະບົບ​​ໂທລະຄົມມະນາຄົມ, ພ້ອມ
​​ການບໍລິການ​ທີ່ອຳນວຍ​ຄວາມ​ສະດວກ ດ້ານ​ເອກະສານ​ເຂົ້າ-ອອກ ຂອງ​ນັກ​ທ່ອງ​ທ່ຽວ, ຄ່າ​ທຳນຽມ​ສຳ​ລັບ​ນັກ​ທ່ອງ​ທ່ຽວ, ກວດກາ​ຄືນແລະ
ປັບປຸງ​ໃຫ້​ເໝາະ​ສົມ ກ່ຽວ​ກັບ​ຄ່າ​ບໍລິການ​, ຄ່າ​ຜ່ານ​ປະຕູຢູ່​ແຕ່ລະ​ແຫ​ລ່ງທ່ອງ​ທ່ຽວ ລວມທັງ​ການ​ບໍລິການ​ແຂກ, ​ໂດຍ​ເນັ້ນ​ໃສ່​ຄວາມ​ສະດວກ,
ວ່ອງ​ໄວ​, ສະອາດ, ປອດ​ໄພ, ຮັກສາ​ໄດ້​ວັດທະນະທຳ​ອັນ​ດີ​ງາມ​ຂອງ​ຊາດແລະ​ຂອງ​ເຜົ່າ.

ສາມ​ເດືອນ​ຕົ້ນ​ປີ​ນັກ​ທ່ອງ​ທ່ຽວ ​ອາ​ຊຽນເຂົ້າ​ມາ​ທ່ອງ​ທ່ຽວ​ລາວ ​ມີປະມານ 763.000 ຄົນ, ນັກ​ທ່ອງ​ທ່ຽວຈາກປະ​ເທດ​​ເອີ​ຣົບ 60.000 ຄົນ,
ອາ​ເມ​ລິ​ກາ ​ເກືອບ20.000 ຄົນ,ໄທ498.000 ຄົນ ​ແລະ 2.000 ກວ່າຄົນ ​ແມ່ນ​ມາ​ຈາກອາ​ຟຣິກາ ​ແລະ ຕາ​ເວັນ​ອອກ​ກາງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ