ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ເບ​ຣ​ຊິນ​ຖືກ​ສົງ​ໄສ​ໃຫ້​ສິນ​ບົນ​ຈັດ​ໂອ​ລິມ​ປິກ
2017-09-06 14:41:11  cri 
​ວັນ​ທີ 5 ກັນ​ຍາ​ນີ້, ຕຳຫຼວດ​ສະ​ຫະ​ລັດ​ແລະ​ອົງ​ການ​ໄອ​ຍະ​ການ​ເບ​ຣ​ຊິນ​ໄດ້​ຮຽກ​ຮ້ອງ​ໃຫ້​ທ່ານກາ​ໂລ​ສ໌ ນຸ​ສ​ມານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ເບ​ຣ​ຊິນ ທັງ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ຈັດ​ໂອ​ລິມ​ປິກ​ຣີ​ໂອ​ເດີ​ຈາ​ເນ​ໂລ​ໄປໃຫ້​ປາກ​ຄຳຢູ່​ສຳ​ນັກ​ງານ​ໃຫຍ່​ຕຳຫຼວດ​ສະ​ຫະ​ລັດ​ ເນື່ອງ​ຈາກ​ຖືກ​ສົງ​ໄສ​ວ່າ​ທ່ານ​ອາດ​ມີ​ສ່ວນ​ຮ່ວມ​​ໃຫ້​ສິນ​ບົນໃນ​ໄລ​ຍະ​​ຮ້ອງ​ຂໍ​ເປັນ​ເຈົ້າ​ພາບ​ຈັດ​ງານ​ໂອ​ລິມ​ປິກ​ຢູ່​ຣີ​ໂອ.

​ຖ້າ​ວ່າ​ອົງ​ການ​ຕຸ​ລາ​ການ​ເບ​ຣ​ຊິນ​ຕັດ​ສິນ​ມີ​ການ​ຜິດ, ໜັງ​ສື​ຜ່ານ​ແດນ​ຂອງ​ທ່ານ​ນູ​ສ​ມານ​ອາດ​ຈະ​ຖືກ​ຍຶດ ເນື່ອງ​ຈາກ​ໃນ​ໄລ​ຍະ​ສືບ​ສວນ​ມີຄວາມ​ເປັນ​ໄປ​ໄດ້​ວ່າ​ທ່ານໃຫ້​ສິນ​ບົນ​ແກ່​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ ໂດຍທ່ານ​ອາດ​ຈະ​ເປັນ​ຄົນ​​ກາງ​ຜູ້​ໃຫ້​ສິນ​ບົນ​ກັບ​ຜູ້​ຮັບ​ສິນ​ບົນ. ອົງ​ການ​ໄອ​ຍະ​ການ​ເບ​ຣ​ຊິນ​ຍັງ​ຮຽກ​ຮ້ອງ​ໃຫ້​ອາ​ຍັດ​ຊັບ​ສິນ​ທີ່​ມີ​ມູນ​ຄ່າ 320 ລ້ານ​ໂດ​ລາ​ຂອງ​ທ່ານ​​ແລະ​ວິ​ສາ​ຫະ​ກິດ​ທີ່​ພົວ​ພັນ​ເຖິງ​ຄະ​ດີ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ