ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ເປີດຊື່​ວີ​ແຊດ​ເພື່ອ​ບໍ​ລິ​ການ​ນັກ​ທ່ອງ​ທ່ຽວ​ຈີນ
2017-09-06 12:47:48  cri 
    ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຕະຫຼາດ​ທ່ອງ​ທ່ຽວ​ທາງ​ອອນ​ໄລ, ຍົກ​ສູງ​ລະ​ດັບ​ການ​ແລກ​ປ່ຽນ​ແລະ​ບໍ​ລິ​ການ​ຂໍ້​ມູນ​ຂ່າວ​ສານ ແລະ​ດຶງ​ດູດ​ນັກ​ທ່ອ​ງ​ທ່ຽວ​ຈີນ​ທີ່​ມີ​ທ່າ​ຂະ​ຫຍາຍ​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວນັ້ນ, ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດໄທ​ໄດ້​ເປີດ​ຊື່​ວີ​ແຊດ Visit Thailand ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 5 ກັນ​ຍານີ້ ເພື່ອ​​ບໍ​ລິ​ການ​ຂໍ້​ມູນ​ຂ່າວ​ສານ​ການ​ທ່ອງ​ທ່ຽວ​ແລະ​ຂໍ້​ມູນ​ຂ່າວ​ສານ​ພາ​ສາ​ຈີນ​ຢ່າງ​ທັນ​ການ​ໃຫ້ແກ່​ນັກ​ທ່ອງ​ທ່ຽວ​ຈີນ.

    ຮອງ​ປະ​ທານ​ອົງ​ການ​ທ່ອງ​ທ່ຽວ​ແຫ່ງຊາດ​ໄທ​ກ່າວ​ໃນ​ງານ​ຖະ​ແຫຼງ​ຂ່າວ​ເມື່ອ​ວັນ​ທີ 5 ກັນ​ຍານີ້​ວ່າ: ວີ​ແຊດ​ດັ່ງ​ກ່າວ ຈະ​ເຮັດ​ໃຫ້ນັກ​ທ່ອງ​ທ່ຽວ​ຈີນ​ສາ​ມາດ​ຊອກ​ຮູ້​​ໄດ້ຢ່າງ​ງ່າຍ​ດາຍ​ວ່າ, ຢູ່​ໄທ​ມີ​ອາ​ຫານ​ແຊບ​ແລະມີ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຫຍັງ​ແດ່? ໝາຍ​ຄວາມ​ວ່າ, ທົ່ວ​ປະ​ເທດ​ໄທໄດ້​ຢູ່​ໃນ​ໂທ​ລະ​ສັບ​ມື​ຖື. ສ່ວນ​ບັນ​ຫາ​ຂອງ​ນັກ​ທ່ອງ​ທ່ຽວ ​ກໍ​ຈະສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ຕ້ອງ​ການ​ແລະ​ຄວາມ​ມັກ​ຂອງ​ພວກ​ເຂົາ​ ເຊິ່ງຈະ​ເຮັດ​ໃຫ້​ພວກ​ເຮົາ​ຊອກ​ຮູ້​ຄວາມ​ມັກ​ຂອງ​ນັກ​ທ່ອງ​ທ່ຽວ​ຈີນ​ໄດ້​ດີກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ