ຈັດ​ເທດ​ສະ​ການ​ກິ​ລາ​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"
2017-09-06 12:55:59  cri 
    ເທດ​ສະ​ການ​ກິ​ລາ​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຄັ້ງ​ທຳ​ອິດ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ຫວ່າງມໍ່ໆ​ນີ້, ຂະ​ນະ​ທີ່​ຜູ້​ຮັບ​ຜິດ​ຊອບ​ຄະ​ນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ, ທຸກ​ປີຈະ​ຈັດ​ເທດ​ສະ​ການ​ກິ​ລາ​ສາ​ກົນ​ຢູ່​ຕົວ​ເມືອງ​ສຳ​ຄັນ​ຕ່າງໆ​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຂອງ​ຈີນ ​ ແລະຈະ​ຈັດ​ຮ່ວມ​ກັບ 2-4 ​ປະ​ເທດ​ລຽບ​ຕາມ​ເສັ້ນ​ທາງ, ແຕ່​ລະ​ບ່ອນ​ຈະ​​ຈັດ​ແຕ່ 3-30 ມື້. ສຳ​ລັບ​ປີນີ້ ຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ຊວນ​ໂຈ່ວ ແລະ​ຊີ່​ອ່ານ ທັໂດຍ​ຈະ​ມີ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວ​ມ​ມື​ກິ​ລາ​ສາ​ກົນ, ງານ​ບັນ​ເທີງ​ກິ​ລາ ແລະ​ກິດ​ຈະ​ກຳ​ອື່ນໆ.

    ເທດ​ສະ​ການ​ກິ​ລາ​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຈັດ​ຂຶ້ນ​ໂດຍ​ສູນ​ການ​ຮ່ວ​ມ​ມື​ສາ​ກົນ​ຂອງ​ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ລັດ​ຈີນ ແລະ ບໍ​ລິ​ສັດ​ຫຸ້​ນ​ສ່ວນ​ຂະ​ແໜງ​ການ​ກິ​ລາ​ຕິງ​ຊິ້ນ​ປັກ​ກິ່ງ​ຈຳ​ກັດ ແມ່ນ​ກິດ​ຈະ​ກຳ​ຫົວ​ຂໍ້​ກິ​ລາ​ຂະ​ໜາດ​ໃຫຍ່​ທີ່​ມີ​ລັກ​ສະ​ນະ​ສາ​ກົນ, ວິ​ຊາ​ສະ​ເພາະ, ຫົວ​ຄິດ​ປະ​ດິດ​ສ້າງ, ເປີດ​ປະ​ຕູ ແລະ​ຫັນ​ເປັນ​ຕະຫຼາດ, ສ່ວນ​ຄັ້ງ​ທຳ​ອິດ​ປະ​ກອບ​ມີ​ 4 ກິດ​ຈະ​ກຳ​ຄື: ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ກິ​ລາ​ສາ​ກົນ, ກອງ​ປະ​ຊຸມ​ກິ​ລາ​ເຍົາ​ວະ​ຊົນ​ເບ້ຍ​ຄຳ, ງານ​ບັນ​ເທີງ​ກິ​ລາ ແລະ​ການ​ສຳຫຼວດ​ການ​ຄ້າ​​ກັບ​ການ​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ