ມຽນມາ​ພ້ອມ​ຮັບ​ມື​ການ​ກໍ່ເຫດໂຈມ​ຕີ​ກໍ່​ການ​ຮ້າຍ​
2017-09-07 11:27:18  cri 

ລັດຖະບານ​ມຽນມາ​ໄດ້ອອກ​ແຈ້ງການ​​ເຕືອນ​ເຫດການ​ກໍ່​ການ​ຮ້າຍ​ໃນ​ວັນ​ທີ 6 ກັນຍາ​ນີ້ ​ໂດຍ​ມີ​ເນື້ອ​ໃນວ່າ: ລັດຖະບານ​ໄດ້​ຮັບ​ຂ່າວ​ວ່າ ກຸ່ມ​ກໍ່​ການ​ຮ້າຍໝາຍ​ຈະ​ກໍ່​ເຫດລະ​ເບີດ​ຢູ່​ຕົວ​ເມືອງ​ໃຫຍ່ ​ເປັນຕົ້ນ ນະຄອນຫຼວງ​ເນ​ປີດໍ, ນະຄອນຢາງ​ກຸ້ງ ​ແລະ ​ເມືອງມັນ​ດາ​ເລ.

​ແຈ້ງ​ການ​ລະບຸ​ ​ໂດຍມີ​ຂ່າວ​ບອກ​ວ່າ, ກຸ່ມ​ກໍ່​ການ​ຮ້າຍ​ຈຳນວນ​ໜຶ່ງ​ໝາຍ​ກໍ່​ເຫດ​ລະ​ເບີດ​ຢູ່​ຕົວ​ເມືອງ​ໃຫຍ່ ​ເປັນຕົ້ນ ນະຄອນຫຼວງ​ເນ​ປີດໍ, ນະຄອນຢາງ​ກຸ້ງ ​ແລະ ​ເມືອງມັນ​ດາ​ເລ ​ເພື່ອ​ດຶງ​ສາຍຕາ​ຂອງ​ໂລກ. ​ແນວ​ໃດ​ກໍ​ດີ ​ໃນປັດຈຸບັນ, ບັນດາອົງການ​ຮັກສາ​ຄວາມ​ໝັ້ນຄົງຂອງ​ລັດຖະບານ​ພວມ​ນຳ​ໃຊ້​ມາດ​ຕະການ ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ ​ແລະ ສະຖຽນ​ລະ​ພາບ ທັງ​ຊ່ວຍ​ເຫຼືອສຸກ​ເສີນ​ປະຊາຊົນ​ຜູ້​ຍົກຍ້າຍ​ເພື່ອ​ປົບ​ເຫດການ​ກໍ່​ການ​ຮ້າຍ.

​ຂະນະ​ດຽວ​ກັນ, ​ໃນແຈ້ງ​ການ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ປະຊາຊົນ​ຈົ່ງ​ມີ​ສະຕິ​ລະວັງ​ຕົວ ຖ້າ​ພົບ​ສະພາບ​ທີ່​ໜ້າ​ສົງ​ໄສ ກໍ​ໃຫ້​ລາຍ​ງານ​ຕໍ່​ອົງການ​ຮັກສາ​ຄວາມ​ໝັ້ນຄົງ​ຢ່າງ​ທັນ​ການ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ