ອີ​ຣານ​ຍິນ​ດີ​ປັບ​ປຸງ​ສາຍ​ພົວ​ພັນ​ກັບ​ອາ​ຣັບ​ບີ ຊາ​ອຸ​ດິດໃຫ້​ດີ​ຂຶ້ນ
2017-09-07 11:27:12  cri 
ວັນ​ທີ 6 ກັນ​ຍາ​ນີ້, ສຳ​ນັກ​ຂ່າວ​ສານ​ອິ​ສ​ລາມ​ຂອງ​ອີ​ຣານ​ໄດ້​ລາຍ​ງານ​ໂດຍອ້າງ​ຕາມ​ການ​ເປີດ​ເຜີຍ​ຂອງ​ທ່ານ ໂມ​ຮຳ​ມັດ ຈາ​ວັດ ຈາ​ຣິ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ວ່າ: ຖ້າ​ອາ​ຣັບ​ບີ ຊາ​ອຸ​ດິດ​ປາ​ຖະ​ໜາ, ອີ​ຣານກໍ​ກຽມ​ພ້ອມ​ຈະ​ປັບ​ປຸງ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ.

ທ່ານ ຈາ​ຣິ​ຟ ໄດ້​ເນັ້ນ​​ເຖິງບັນ​ຫາ​ຊີ​ຣີວ່າ: ກອງ​ທັບ​ຊີ​ຣີສາ​ມາ​ດ​ທຳລາຍ​ຖານ​ທີ່​ໝັ້ນ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ IS ​ຢູ່ເດວ​ອິ​ສ໌​ໂຈ​ປະ​ສົບ​ຜົນ​ສຳ​ເລັດ​​ນັ້ນແມ່ນ​ໄຊ​ຊະ​ນະ​ທີ່​ສຳ​ຄັນ​ແລະ​ໃຫຍ່​ຫຼວງ. ​ແລະ​ຈາກ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ມື​ຂອງບັນ​ດາປະ​ເທດ​ທີ່​ກ່ຽວ​ຂ້ອງ, ການ​ແກ້​ໄຂ​ບັນ​ຫາ​ຊີ​ຣີ​ທາງ​ການ​ເມືອງ​​ກໍໄດ້​​ກາຍ​ເປັນໂອ​ກາດ​ທີ່​ດີ.

ທ່ານ​ກ່າວ​ຢ້ຳ​ວ່າ: ອີ​ຣານ​ຄັດ​ຄ້ານ​ການ​ແກ້​ໄຂ​ບັນ​ຫາ​ຊີ​ຣີ​ດ້ວຍ​ກຳ​ລັງ​ອາ​ວຸດ​ແລະ​ອະ​ນາ​ຄົດ​ກໍ​ຄື​ຊະຕາ​ກຳ​ຂອງ​ຊີ​ຣີ​ຄວນ​ຕັດ​ສິນ​ໂດຍ​ປະ​ຊາ​ຊົນ​ປະ​ເທດ​ດັ່ງ​ກ່າວ​ເອງ, "ພວກ​ເຮົາ​ບໍ່​ຄວນບອກ​ປະ​ຊາ​ຊົນ​ຊີ​ຣີ​ຄວນ​ເຮັດ​ຫຍັງ. ພວກ​ເຮົາ​ຕໍ່​ຕ້ານ​ລັດ​ທິ​ຫົວ​ຮຸນ​ແຮງ,ແຕ່​ນີ້​ເປັນ​ຕົ້ນ​ໄປ,ພວກ​ເຮົາ​ຄວນ​ປູ​ທາງ​ໃຫ້​ແກ່​ການ​ບັນ​ລຸ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ບັນ​ດາ​ຝ່າຍ​ຂອງ​ຊີ​ຣີ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ