ຕາມ​ນັດ, ທ່ານ​ສີ​ຈິ້ນ​ຜິງ​ລົມໂທ​ລະ​ສັບ​​ກັບ​ທ່ານ​ທ​ຣຳ
2017-09-07 11:18:45  cri 
ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ລົມໂທ​ລະ​ສັບ​ກັບ​ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ຕາມ​ນັດ​ໃນ​ວັນ​ທີ 6 ກັນ​ຍາ​ນີ້ ໂດຍປະ​ມຸກ​ລັດ​ສອງ​ປະ​ເທດ​​ເນັ້ນ​ການ​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ແຫຼມ​ເກົາຫຼີ​ໃນ​ປັດ​ຈຸ​ບັນ. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ຈີນ​ຍຶດ​ໝັ້ນ​ການ​ອອກ​ແຮງ​​ເຮັດ​ໃຫ້​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ ແລະ​ປົກ​ປັກ​ຮັກ​ສາ​ລະ​ບົບ​ບໍ່​ແຜ່​ຂະ​ຫຍາຍນິວ​ເຄຼຍ​ສາ​ກົນຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ. ຂະ​ນະ​ດຽວ​ກັນ  ​ຍຶດ​ໝັ້ນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ ​ລວມ​ທັງ​ການ​ແກ້​ໄຂ​ບັນ​ຫາ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ​. ຕ້ອງ​ຍຶດ​ໝັ້ນ​ວິ​ທີ​ທາງ​ແກ້​ໄຂ​ບັນ​ຫາ​ໂດຍ​ສັນ​ຕິ ເຊິ່ງ​ໂດຍ​ແລ້ວ​ລວມ ການ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວຕ້ອງ​ອີງ​ໃສ່​ການ​ເຈ​ລະ​ຈາ​ກັນ, ​ຂະ​ນະ​ທີ່ບັນ​ດ​າ​ຝ່າຍ​ຕ້ອງ​ໄດ້​ຮ່ວມ​ແຮງ​ຮ່ວ​ມ​ໃຈ​ກັນ ແລະ​ຕັ້ງ​ໜ້າ​ຊອກ​ຫາ​ຊ່ອງ​ທາງ​ແກ້​ໄຂ​ຢ່າງ​ຖາ​ວອນ.

​ສ່ວນທ່ານ​ໂດ​ນັນ ທ​ຣຳ​ກໍ​ກ່າວ​ວ່າ, ອາ​ເມ​ລິ​ກາ​ໄດ້​ຕິດ​ຕາມ​ການ​​ຜັນ​ແປ​ຂອງ​ສະ​ຖາ​ນະ​ການ​ແຫຼມ​ເກົາຫຼີ​ໃນ​ປັດ​ຈຸ​ບັນ​ຢ່າງ​ໃກ້​ຊິດ ແລະ​ເຫັນ​ດີ​ນຳ​ຈີນ​ທີ່​ໄດ້​ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ສຳ​ຄັນ​ໃນ​ບັນ​ຫາ​ນີ້ ທັງຍິນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ກັບ​ຈີນ ເພື່ອ​ຊອກ​ຫາ​ວິ​​ທີ​ທາງ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ໂດຍ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ