ຣັດ​ເຊຍຢືນ​ຢັນ​ຈະ​ສື​ບ​ຕໍ່​ຊຸກ​ຍູ້​ກົນ​ໄກ​ການ​ຮ່ວມ​ມື​ປະ​ເທດບ​ຣິກ​ສ໌​​ໃຫ້ຂະ​ຫຍາຍ​​ຕົວ
2017-09-07 16:23:24  cri 
    ທ່ານ ອີ​ໂກ ຊູ​ວາ​ລົ​ຟ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ທີ​ໜຶ່ງ​ຂອງ​ຣັດ​ເຊຍ ​ໃຫ້​ສຳ​ພາດ​ໃນໂອ​ກາດ​ເຂົ້າ​ຮ່ວມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ຕາ​ເວັນ​ອອກຣັດ​ເຊຍ​ຄັ້ງ​ທີ 3 ໃນ​ວັນ​ທີ 6 ກັນ​ຍານີ້​ວ່າ, ປັດ​ຈຸ​ບັນ, ກົນ​ໄກ​ການ​ຮ່ວມ​ມື​ປະ​ເທດບ​ຣິກ​ສ໌ ພວມ​ຢູ່​ໃນ​ໄລ​ຍະ​ສຳ​ຄັນ​ແຫ່ງ​ການ​ເຕີບ​ໂຕ ເຊິ່ງຈາກນີ້, ຜູ້​ນຳ​ປະ​ເທດບ​ຣິກ​ສ໌ ຈຶ່ງ​ຕັດ​ສິນ​ໃຈ​ຕ້ອງ​ຊຸກ​ຍູ້​ກົນ​ໄກ​ດັ່ງ​ກ່າວ​ໃຫ້​ຂະ​ຫຍາຍຕົວ​ຕື່ມ​ອີກ.

    ທ່ານ ຊູ​ວາ​ລົ​ຟ ກ່າວ​ວ່າ, ທະ​ນາ​ຄານ​ພັດ​ທະ​ນາ​ໃໝ່​ປະ​ເທດບ​ຣິກ​ສ໌ ໄດ້​ເລີ່ມ​ດຳ​ເນີນ​ງານ​ແລ້ວ ທັງ​ໄດ້​ປະ​ກາດ​ໂຄງ​ການ​ພັດ​ທະ​ນາ​ໃໝ່​ຈຳ​ນວນ​ໜຶ່ງ​ໃນ​ໄລ​ຍະ​ກອງ​ປະ​ຊຸມຜູ້​ນຳ​ປະ​ເທດບ​ຣິກ​ສ໌​ທີ່​ຫາກໍ່​ປິດ​ລົງ​ຢູ່​ເມືອງ​ເຊ້ຍ​ເມິນ ສ​ປ ຈີນ. ແນວ​ໃດ​ກໍ​ດີ, ຣັດ​ເຊຍ​ດີໃຈ​ທີ່​ໄດ້​ເຫັນ​ກົນ​ໄກ​ໃໝ່​ແລະ​ອົງ​ການ​ໃ​ໝ່​ທີ່​ມີ​ຈຸດ​ປະ​ສົງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເງິນ​ຕາ. ສ່ວນ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ຂອງ​ປະ​ເທດບ​ຣິກ​ສ໌ ຈະ​ຊ່ວຍ​ຣັດ​ເຊຍ​ສ້າງ​ເສດ​ຖະ​ກິດ​ແບບ​ຫົວ​ຄິດ​ປ​ະ​ດິດ​ສ້າງ ​ເປັນ​ເອ​ກະ​ລາດ​ເປັນ​ເຈົ້າ​ຕົນ​ເອງ ທັງ​ເຊື່ອມ​ໂຍງ​ກັບ​ຄູ່​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ ທັງ​ຈະ​ຊ່ວຍ​ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຣັດ​ເຊຍ​ໃຫ້​ສູງ​ຂຶ້ນ. ສະ​ນັ້ນ, ຣັດ​ເຊຍ​ຈະ​ສືບ​ຕໍ່​ຊຸກ​ຍູ້​ກົນ​ໄກ​ການ​ຮ່ວມ​ມື​ປະ​ເທດ​ບ​ຣິກ​ສ໌​ໃຫ້​ຂະ​ຫຍາຍຕົວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ