ສະ​ຖາ​ບັນ​ຂົງຈື້ ມະຫາວິທະຍາ​ໄລ​ກະ​ເສດ​ສາດ​ໄທ​ແລະວຸດ​ທິສະພາ​ຈະ​ຍົກ​ລະດັບພາສາ​ຈີນ
2017-09-08 16:45:05  cri 

ວັນ​ທີ 7 ກັນຍາ​ນີ້ ​ໄດ້​ຈັດພິທີ​​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ໂຄງການ​ອົບຮົມ​ພາສາ​ຈີນ​ລະຫວ່າງ​ສະ​ຖາ​ບັນ​ຂົງຈື້ ມະຫາວິທະຍາ​ໄລ​ກະ​ເສດ​ສາດ​ໄທ ​ແລະ ວຸດ​ທິ​ສະພາ​ປະ​ເທດ​ດັ່ງກ່າວ ​​ໂດຍ​ທ່ານພອນ​ເພັດ ວິຊິດ​ຊົນ​ໄຊ ປະທານ​ສະພາ​ນິຕິບັນຍັດ​ແຫ່ງ​ຊາດ​ໄທ, ທ່ານ​ລານ​ຊູ້​ຫົງ ທີ່​ປຶກສາ​ທູດ​ວັດທະນະທຳ​ ສະຖານທູດ​ຈີນ​ປະຈຳ​ໄທ ​ແລະ ທ່ານ​ກ່າວ​ຮຸ້ຍໝິນ ຫົວໜ້າ​ສະ​ຖາ​ບັນ​ຂົງຈື້ ມະຫາວິທະຍາ​ໄລ​ກະ​ເສດ​ສາດ ​ເຂົ້າຮ່ວມ.

ຂ່າວ​ລາຍ​ງານ​ວ່າ: ໂຄງການ​ດັ່ງກ່າວຈະ​ເລັ່ງ​ເຮັດ​ປື້​ມສົນທະນາ​ພາສາ​ຈີນ ​ແລະ ​​ເອກະສານ​ປະກອບ​ການ​ສອນຕາມ​ຄວາມ​ຕ້ອງການ​ຂອງ​ສະມາຊິກ​ສະພາ ​ແລະ ພະນັກງານ​ກອງ​ເລຂາ​ວຸດ​ທິສະພາ. ຂະນະ​ທີ່​ສະ​ຖາ​ບັນ​ຂົງຈື້ ຈະ​ຮັບຜິ​ດຊອບ​ການ​ສອນ, ຈັດ​ກິດຈະກຳ​ວັດທະນະທຳ​ສິລະ​ປະ ​ເປັນຕົ້ນ ການ​ຂຽນ​ງາມ ​ເພື່ອ​ໃຫ້​ສະມາຊິກ​ສະພາ​​ໄທ​​ໄດ້ສຳຜັດ, ຮຽນ​ຮູ້ ວັດທະນະທຳ​ແລະ​ສິລະ​ປະ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ