ຈີນ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກກັບ​ອາ​ຊຽນ
2017-09-08 16:39:03  cri 
    ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ສາ​ທາ​ລະ​ນະ​ສຸກ​ຈີນ-ອາ​ຊຽນ​ຄັ້ງ​ທີ 6 ແລະ​ຈີນ, ຍີ່​ປຸ່ນ, ສ ເກົາຫຼີ-ອາ​ຊຽນ​ຄັ້ງ​ທີ 7 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ບັນ​ດາເຊ​ລີ​ເບ​ກາ​ວັນປະ​ເທດບ​ຣູ​ໄນ​ໃນ​ວັນ​ທີ 7 ກັນ​ຍານີ້ ແລະຫຼັງ​ກອງ​ປະ​ຊຸມ​ກໍ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ.

    ໂອ​ກາດ​ດັ່ງ​ກ່າວ, ຈີນ​ຊີ້​ໃຫ້​ເຫັນ​ວ່າ, ອາ​ຊຽນ​ແມ່ນ​ພາກ​ພື້ນ​ສຳ​ຄັນ​ຂອງ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ຝ່າຍ​ຕົນ​ຍິນ​ດີ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ "ໜຶ່ງ​ແລວ​ທາ​ງ​ໜຶ່ງ​ເສັ້ນ​ທາງ" ກັບ​ອາ​ຊຽນ ແລະ​ປົກ​ປັກ​ຮັກ​ສາ​ຄວາມ​ສຸກ​ດ້ານ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ.

    ໃນ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ສາ​ທາ​ລະ​ນະ​ສຸກຈີນ, ຍີ່​ປຸ່ນ, ສ ເກົາຫຼີ-ອາ​ຊຽນ​ຄັ້ງ​ທີ 7 ນັ້ນ, ທ່ານ ວາງ​ເຮີ້​ເຊີ້ງ ຫົວ​ໜ້າ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແລະ​ວາງ​ແຜນ​ຄອບ​ຄົວ​ແຫ່ງ​ລັດ​ຈີນ, ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຈີນ ກ່າວ​ວ່າ, ປະ​ເທດ​ຕົນ​ຈະ​ນຳ​ໃຊ້​ເວ​ທີ​ການ​ຮ່ວມ​ມື​ດັ່ງ​ກ່າວ ຮ່ວມ​ມື​ກັບ​ອາ​ຊຽນ, ຍີ່​ປຸ່ນ ແລະ​ສ.ເກົາຫຼີ ໃນ 11 ຂົງ​ເຂດ​ສຳ​ຄັນ ເປັນ​ຕົ້ນ: ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ, ການ​ປິ່ນ​ປົວ​ທາງ​ໄກ, ການ​​ຊ່ວຍ​ເຫຼືອຫຼັງ​ໄພ​ພິ​ບັດ​ກະ​ທັນ​ຫັນ ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ