ປີ​ນີ້ ຝ​ຣັ່ງ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ສະ​ກັດ​ກັ້ນ​ການໂຈມ​ຕີ​ກໍ່​ກາ​ນ​ຮ້າຍ 11 ຄັ້ງ
2017-09-09 15:15:56  cri 
ທ່ານ​ເຢ​ຣາ ໂຄ​ລົມ ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ຝ​ຣັ່ງ​ເປີດ​ເຜີຍ​ໃນ​ວັນ​ທີ 8 ກັນ​ຍາ​ນີ້​ວ່າ:  ປີ​ນີ້, ຝ​ຣັ່ງ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ສະ​ກັດ​ກັ້ນ​ການໂຈມ​ຕີ​ກໍ່​ການ​ຮ້າຍ 11 ຄັ້ງ ເຊິ່ງ​ສ່ອງ​ແສ​ງ​ໃຫ້​ເຫັນ​ວ່າ​ສະ​ຖາ​ນະ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ຝ​ຣັ່ງ​ຍັງ​ຂ້ຽວ​ຂາດຫຼາຍ.

ໂອ​ກາດ​ເຂົ້າ​ຮ່ວມ​ພິ​ທີ​ສາ​ບານ​ຕົວຂຶ້ນ​ຮັບ​ຕຳ​ແໜ່ງ​ຂອງ​ຫົວ​ໜ້າ​ກົມ​ຮັກ​ສາ​ຄວາມ​ໝັ້ນ​ຄົງພາຍ​ໃນ​ຝ​ຣັ່ງ​ຄົນ​ໃໝ່, ທ່ານ​ໂຄ​ລົມ​ໄດ້​ຮຽກ​ຮ້ອງ​ໃຫ້​ຮັກ​ສາ​ສະ​​ຕິ​ລະ​ວັງ​ຕົວ​​ຕໍ່​ເຫດ​ການໂຈມ​ຕີ​ກໍ່​ກາ​ນ​ຮ້າຍ​ໂດຍ​ກ່າວ​ວ່າ: ມັນ​ເດັ່ນ​ຊັດ​ແລ້ວ​ວ່າ: ເຫດ​ການໂຈມ​ຕີ​ແບບ​ກໍ່​ກາ​ນ​ຮ້າຍ​ທີ່​ໄດ້​ເກີດ​ຂຶ້ນ​ຢູ່ເມືອງ​ບາ​ເຊ​ໂລ​ນາBarcelona​ປະ​ເທດ​ແອັ​ສ​ປາຍ​ໃນ​ກ່ອນ​ໜ້າ​ນີ້​ກໍ​ອາດຈະ​ເກີດ​ຂຶ້ນ​ຢູ່​ຝ​ຣັ່ງ​​ໃນ​ຕໍ່​ໜ້າເຊັ່ນ​ກັນ.

ວັນ​ທີ 17 ສິງ​ຫາ​ຜ່ານ​ມາ, ຢູ່​ເມືອງ​ບາ​ເຊ​ໂລ​ນາ​ປະ​ເທດ​ແອັ​ສ​ປາຍ​ໄດ້​ເກີດ​ເຫດ​ຜູ້​ໂຈມ​ຕີ​ຂັບ​ລົດ​​ໃຫຍ່ຕ່ຳ​ຄົນ​ ເຊິ່ງ​ເປັນ​ເຫດ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 10 ກວ່າ​ຄົນ, ຮ້ອຍກວ່າ​ຄົນ​ບາດ​ເຈັບ.

ໃນ​ໄລ​ຍະ​ນີ້, ເຈົ້​າ​ໜ້າ​ທີ່​ຕຳຫຼວດ​ຝ​ຣັ່ງ​ສາ​ມາດ​​ຍຶດໄດ້​​​ເຄື່ອງອັນ​ຕະ​ລາຍ​ທີ່​ສາ​ມາດ​ນຳ​ໃຊ້​ໃນ​ການ​ກໍ່​ເຫດໂຈມ​ຕີ​ກໍ່​ກາ​ນ​ຮ້າຍ​ນັ້ນ​ຢູ່​ນະ​ຄອນຫຼວງ​ປາ​ຣີ ເຊິ່ງ​ເຫັນ​ໄດ້​ຈາກວັນ​ທີ 6 ກັນ​ຍາ​ນີ້, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄດ້​ພົບ​ເຄື່ອງ​ຂອງ​ທີ່​ສາ​ມາດ​ໃຊ້​ໃນ​ການ​ຜະ​ລິດເຄື່ອງ​ລະ​ເບີດ​ເປັນ​ຕົ້ນ​ຖັງ​ແກັ​ສ,ສາຍ​ໄຟ​ຟ້າ,​ປ່ຽງເຫຼັກ​ແດງແລະ​ອື່ນໆ​ຢູ່​ໃນ​ເຮືອນ​ອັບ​ພັດ​​ເມນ​ຫ້ອງ​ໜຶ່ງ​ໃນ​ແຂວງ​ວານ ເດ​ມາ​ແອນ ຊານ​ເມືອງ​ພາກຕາ​ເວັນ​ອອກ​ສຽງ​ໃຕ້​ນະ​ຄອນຫຼວງ​ປາ​ຣີ. ເດືອນ​ສິງ​ຫາ​ຜ່ານ​ມາ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ສາ​ມາດ​ຍຶດໄດ້​ຈະຫຼວດ​ຕ້ານ​ລົດ​ຕັງ​ແລະ​ເຄື່ອງ​ອັນ​ຕະ​ລາຍ​ອື່ນໆ​ຢູ່​ສາງ​ລົດ​ຖີບ​ແຫ່ງ​ໜຶ່ງ​ຂອງ​ແຂວງ​ໄຊ​ເນ ແຊນ​ເດ​ນີ ຊານ​ເມືອງ​ພາກ​ເໜືອ​ນະ​ຄອນຫຼວງ​ປາ​ຣີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ