ປິດ​ມະ​ຫະ​ກຳ​ກິ​ລາ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 13
2017-09-09 15:10:39  cri 
ມະ​ຫະ​ກຳ​ກິ​ລາ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 13 ໄດ້​ຈັດ​ພິ​ທີ​ປິດ​ງານ​ຢູ່​ຫໍ​ກິ​ລາ​ທ່ຽນ​ສິນ​ໃນ​ຕອນ​ຄ່ຳ​ວັນ​ທີ 8 ກັນ​ຍາ​ນີ້ ໂດ​ຍ​ທ່ານຫຼີ​ເຄິ້​ຊຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ​ແລະ​ປະ​ກາດ​ປິດ​ມະ​ຫະ​ກຳ​ຄັ້ງ​ນີ້. ເພື່ອ​ບັນ​ລຸ​ຄວາມ​ຝັນ​ຈີນ​ທີ່​ເປັນ "ປະ​ເທດ​ເຂັ້ມ​ແຂງ​ດ້ານ​ກິ​ລາ", ມະ​ຫະ​ກຳ​ຄັ້ງ​ນີ້​ໄດ້​ປະ​ຕິ​ຮູບຫຼາຍ​ຢ່າງ, ບໍ່​ວ່າ​ໃນ​ຂົງ​ເຂດ​ກິ​ລາ​ແຂ່ງ​ຂັນ, ຫຼື​ວ່າ​​ຂົ​ງ​ເຂດ​ກິ​ລາ​ປະ​ຊາ​ຊົນ, ມະ​ຫະ​ກຳ​ຄັ້ງ​ນີ້​ລ້ວນ​ແຕ່​ໄດ້​ມີ​ການ​ປະ​ຕິ​ຮູບຫຼາຍ​ຢ່າງ ເຊິ່ງ​ເປັນ​ຂໍ້​ຄິດ​ທີ່​ດີ​ສຳ​ລັບການ​ພັດ​ທະ​ນາ​ກິ​ລາ​ຂອງ​ຈີນ​ໃນ​ອະ​ນາ​ຄົດ.

ມະ​ຫະ​ກຳ​ກິ​ລາ​ຄັ້ງ​ນີ້​ດຳ​ເນີນ​ເປັນ​ເວ​ລາ 12 ວັນ ເຊິ່ງ​ມີ​ນັກ​ກິ​ລາ​ເກືອບ​ໝື່ນ​ຄົນ​ຈາກ 38 ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ ລວມ​ທັງ​ດາ​ລາ​ກິ​ລາ​ທີ່​ດີ​ເດັ່ນ​ທີ່​ສຸດ​ຂອງ​ຈີນ ເຊັ່ນ ທ້າວ​ຊຸ່ນ​ຢ໋າງ ແຊ໋ມ​ໂອ​ລິມ​ປິກ ແລະ​ອື່ນໆ​ກໍ​ໄດ້​ມາ​ເຂົ້າ​ຮ່ວມ​ງານ ແລະ​ຊີງ​ໄດ້​ຫຼຽນ​ຄຳ. ນັກ​ກິ​ລາ​ຍັງ​ໄດ້​ທຳ​ລາຍ​ສະ​ຖິ​ຕິ​ໂລກ 4 ລາຍ ແລະ​ສະ​ຖິ​ຕິ​ອາ​ຊີ 3 ລາຍ. ມະ​ຫະ​ກຳ​ຄັ້ງ​ນີ້​ຍັງ​ໄດ້​ເຊີນ​ນັກ​ກິ​ລາ​ຊາວ​ຈີນ​ຕ່າງ​ດ້າວ 9 ຄົນ​ມາ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ.

ມະ​ຫະ​ກຳ​ກິ​ລາ​ຈີນ​ຄັ້ງ​ທີ 14 ຈະ​ຈັດ​ຂຶ້ນ​ຢູ່​ແຂວງ​ສ້ານ​ຊີ່​ເມື່ອ​ປີ 2021.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ