ເປີດ​ປ້າຍສູນ​ຄົ້ນ​ຄວ້າ​​ທໍ​ລະ​ນີສາດ​ຈີນ-ອາ​ຣັບ​​ຮ່ວມ​ກັນ
2017-09-10 16:48:40  cri 
ໃນ​ງານ​ແລກ​ປ່ຽນ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ວິ​​ຊາ​ທໍ​ລະ​ນີ​ສາດ​ຈີນ-ອາ​ຣັບ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ກັນ​ຍານີ້, ໄດ້​​ຈັດ​ພິ​ທີ​ເປີດ​ປ້າຍສູນ​ຄົ້ນ​ຄວ້າ​​ທໍ​ລະນີສາດ​ຈີນ-ອາ​ຣັບ​ຮ່ວມ​ກັນຂອງ​​ອົງ​ການ​ສຳ​ຫຼວດ​ທໍ​ລະ​ນີຈີນ. ທ່ານ​ໄປ​ຊິ່ງ​ປີ້ ຮອງ​ຫົວ​ໜ້າ​ກົມ​ວິ​ທະ​ຍາ​ສາດ​ເຕັກ​ນິ​ກ​ແລະ​ການ​ຮ່ວມ​ມື​ສາ​ກົນ​ຂອງ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ດິນ​ແດນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ຈີນ​ແລະ​ປະ​ເທດ​ອາ​ຣັບ​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ໃນ​ການ​ສ້າງ​ສາ "ໜຶ່ງ​ແລວ​ທາງ​ໜື່ງ​ເສັ້ນ​ທາງ", ​ຕໍ່​ໄປ ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງສາ​ມາດ​ເຂົ້າ​ຮ່ວມ​ໂຄງ​ການ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນ-ອາ​ຣັບ​ໂດຍ​ອາ​ໄສ​ສູນ​ຄົ້ນ​ຄວ້າ​ດັ່ງ​ກ່າວ, ຮ່ວມ​ກັນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ໃນ​ດ້ານ​ມາດ​ຕະ​ຖານ​ເຕັກ​ນິກ, ຂໍ້​ມູນ​ດ້ານ​​ທໍ​ລ​ະນີ​ສາດ ແລະ​ອື່ນໆ, ເພື່ອ​ຍົກ​ລະ​ດັບ​ເຕັກ​ນິກ​ໃຫ້​ສູງ​ຂຶ້ນ​ພ້ອມ​ກັນ.

ໃນ​ຫຼາຍ​ປີ​ມານີ້, ຈີນ​ແລະ​ອາ​ຣັບ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ທີ່​ມີ​ປະ​ສິດ​ທິ​ຜົນ​ຫຼາຍ​ໃນ​ຂົງ​ເຂດ​ສຳ​ຫຼວດທໍ​ລະ​ນີ​​ສາດ​ແລະ​ທໍ​ລະ​ນີ​, ອົງ​ການສຳ​ຫຼວດ​ທໍ​ລະ​ນີ​ຈີນ​ແລະ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ປະ​ເທດ​ອາ​ຣັບ​ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈການ​ຮ່ວມ​ມື​ແລະ​ສັນ​ຍາ​ຮ່ວມ​ມື 9 ​ສະ​ບັບ, ຈັດ​ຕັ້ງ​ປະ​ຕິ​ບັດ 7 ໂຄງ​ການ​ຮ່ວມ​ມື, ດຳ​ເນີນ​ການ​ຄົ້ນ​ຄວ້າ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ ​ທໍ​ລະ​ນີ​ສາດ​ພື້ນ​ຖານ, ​ແຜນ​ທີ່​ທໍ​ລະ​ນິ, ສຳ​ຫຼວດ​ຊັບ​ພະ​ຍາ​ກອນ​ນ້ຳ​ໃຕ້​ດິນ ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ