ສ​ປ​ຊ ກ່າວ​ວ່າ​ໃນ​ສອງ​ອາ​ທິດ​ຜ່ານ​ມາ​ມີ​ຊາວ​ໂຣ​ຮີງ​ຢາ​ປະ​ມານ 2 ແສນ 7 ໝື່​ນ​ຄົນ​ອົບ​ພະ​ຍົບ​ໄປ​ບັງ​ກະ​ລາ​ເດັດ
2017-09-10 15:33:51  cri 
ອົງການສະຫະ​ປະຊາ​ຊາດ​ເພື່ອ​ຊາວ​ອົບ​ພະຍົບເປີດ​ເຜີຍ​ໃນ​ວັນ​ທີ 8 ກັນ​ຍາ​ນີ້​ວ່າ, ໃນ​ສອງ​ອາ​ທິດ​ຜ່ານ​ມາ​ນີ້, ມີ​ຊາວ​ອົບ​ພະ​ຍົບ​ໂຣ​ຮີງ​ຢາ​ປະ​ມານ 2 ແສນ 7 ໝື່ນ​ຄົນ​ທີ່​ອາ​ໄສ​ຢູ່​ມຽນ​ມາ​ໄດ້​ຍ້າຍ​ໄປ​ບັງ​ກະ​ລາ​ເດັດ​ເພື່ອ​ຫຼີກ​ໄພ.

ອົງການສະຫະ​ປະຊາ​ຊາດ​ເພື່ອ​ຊາວ​ອົບ​ພະຍົບກ່າວ​ວ່າ, ​ຄ້າຍ​ຊາວ​ອົບ​ພະ​ຍົບ​ສອງ​ແຫ່ງ​ທີ່​ຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ບັງ​ກະ​ລາ​ເດັດ​ໄດ້ມີ 3 ໝື່ນ 4 ພັນ​ຄົນ​ອາ​ໄສ​ຢູ່​ແລ້ວ​ໃນ​ເມື່ອ​ກ່ອນ, ໃນ​ເວ​ລາ​ສອງ​ອາ​ທິດ​ຜ່ານ​ມາ, ຈຳ​ນວນ​ຊາວ​ອົບ​ພະ​ຍົບ​ໄດ້​ເພີ່ມ​ຂຶ້ນ​ຫຼາຍກວ່າ​ໜຶ່ງ​ເທົ່າ, ປັດ​ຈຸ​ບັນ​ຍອດ​ຈຳ​ນວນ​ຊາວ​ອົບ​ພະ​ຍົບ​ຫຼາຍກວ່າ 7 ໝື່ນ​ຄົນ.

ອົງການສະຫະ​ປະຊາ​ຊາດ​ເພື່ອ​ຊາວ​ອົບ​ພະຍົບຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​​ຈົ່ງ​ເຄື່ອນ​ໄຫວ​ຂຶ້ນ​ຢ່າງ​ສຸກ​ເສີນ, ເພື່ອ​ແກ້​ໄຂ​ບັນ​ຫາ​ທີ່ເຮັດ​ໃຫ້​ຊາວ​ອົບ​ພະ​ຍົບ​ເຂົ້າ​ບັງ​ກະ​ລາ​ເດັດ​ຢ່າງ​ຫຼວງ​ຫຼາຍ​ໃນ​ຫວ່າງ​ມໍ່ໆ​ນີ້, ເຮັດ​ໃຫ້​ຊາວ​ອົບ​ພະ​ຍົບ​ບໍ່​ຕ້ອງ​ໜີ​ຈາກ​ບ້ານ​ເກີດ​ຂອງ​ຕົນ, ແລະ​ສາ​ມາດ​ກັບ​ຄືນ​ສູ່​ບ້ານ​ເກີດ​ຢ່າງ​ປອດ​ໄພ​ແລະ​ມີ​ກຽດ​ສັກ​ສີໃນ​ສຸດ​ທ້າຍ.

ລັດ​​ຍະ​ໄຂ່​ຂອງ​ມຽນ​ມາ​ໄດ້​ເກີດ​ເຫດ​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ຫຼາຍ​ເທື່ອ​ເລີ່ມ​ແຕ່​ວັນ​ທີ 25 ສິງ​ຫາ​ຜ່ານ​ມາ, ເຮັດ​ໃຫ້​ຢ່າງ​ໜ້ອຍ​ຫຼາຍ​ກວ່າ​ຮ້ອຍ​ຄົນ​ເສຍ​ຊີ​ວິດ. ສະ​ຖາ​ນະ​ການ​ທີ່​ປັ່ນ​ປ່ວນ​ເຮັດ​ໃຫ້​ຊາວ​ໂຣ​ຮີງ​ຢາ​ອົບ​ພະ​ຍົບ​ໄປ​ບັງ​ກະ​ລາ​ເດັດ​ຢ່າງ​ຫຼວງ​ຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ