ມຽ​ນ​ມາ-​ອິນ​ເດຍ​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕ້ານ​ການ​ກໍ່​ການ​ຮ້າຍ
2017-09-11 10:28:13  cri 
ກະ​ຊວງ​ທຳ​ນຽບ​ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາ​ໄດ້ອອກ​ຖະ​ແຫຼງ​ການ​ຮ່ວມ​ມຽນ​ມາ-ອິນ​ເດຍ​ໃນ​ວັນ​ທີ 7 ກັນ​ຍາ​ນີ້​ວ່າ ​ສອງ​ປະ​ເທດຈະ​ຮ່ວມ​ມື​ຕ້ານ​ການ​ກໍ່​ການ​ຮ້າຍ.

ຖະ​ແຫຼງ​ການ​ຮ່ວມ​ລະ​ບຸ​ວ່າ: ອິນ​ເດຍ​ໄດ້​ປະ​ນາມ​ເຫດ​ການ​ໂຈມ​ຕີ​ກໍ່​ກາ​ນ​ຮ້າຍ​ທີ່​ເກີດ​ຂຶ້ນ​ຢູ່​ເຂດ​ຍະ​ໄຂ່​ປະ​ເທດ​ມຽນ​ມາ​ໃນ​ໄລ​ຍະ​ມໍ່​ໆ​ມາ​ນີ້, ຂະ​ນະ​ທີ່​ສອງ​ຝ່າຍ​ເປັນ​ເອ​ກະ​ພາບ​ກັນ​ເຫັນ​ວ່າ ລັດ​ທິ​ກໍ່​ການ​ຮ້າຍ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ສັນ​ຕິ​ພາບ​,ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ຢ່າງ​ໜັກ​ໜ່ວງ​ໃນ​ປັດ​ຈຸ​ບັນ ທັງ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ຮັບ​ຮອງ​ເອົາ​ສັນ​ຍາ​ຮອບ​ດ້ານ​ວ່າ​ດ້ວຍ​ການ​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ສາ​ກົນ​ໂດຍ​ໄວ. ​ຂະ​ນະ​ດຽວ​ກັນ,ຖະ​ແຫຼງ​ການ​ຍັງ​ລະ​ບຸ​ຕື່ມ​ວ່າ ສອງ​ຝ່າຍ ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ປະ​ເທດ,ປ້ອງ​ກັນ​ຊາຍ​ແດນ​ແລະ​ອື່ນໆຕື່ມ​ອີກ.

​ໃນ​ໂອ​ກາດ​ທີ່ທ່ານ​ນາ​ເຣັນ​ດ​ຣາ ໂມ​ດີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ​ຢ້ຽມ​ຢາມ​ມຽນ​ມາ​ແຕ່​ວັນ​ທີ 5-7 ກັນ​ຍາ​ນີ້​,ທ່ານ​ໄດ້​ພົບ​ປະ​ກັບທ່ານ​ນາງ​ອ໋ອງ​ຊານ​ຊູ​ຈີ ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາ​​ໂດຍ​ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຫຼັກ​ໝັ້ນ​ຂອງ​ອິນ​ເດຍ​ທີ່​ປະ​ຕິ​ບັດ​ໃນ​ກໍ​ລະ​ນີ​​ທີ່​ປະ​ເທດ​ຕົນ​ກຳ​ລັງ​ຜະ​ເຊີນ​ໄພ​ຂົ່ມ​ຂູ່​ຈາກ​ລັດ​ທິ​ກໍ່​ການ​ຮ້າຍ. ​ຂະ​ນະ​ທີ່ທ່ານ​ໂມ​ດີ​​ກໍຢືນ​ຢັນ​ຈະ​ຍົກ​ລະ​ດັບ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ສູງ​ຂຶ້ນ​ຕື່ມ​ແລະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​,ຄົມ​ມະ​ນາ​ຄົມ, ສາ​ທາ​ລະ​ນະ​ສຸກ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ