ກອງ​ປະ​ຊຸມ​ເວ​ທີປຶກ​ສາ​ຫາ​ລືລະ​ຫວ່າງ​ເຈົ້າ​ເມືອງຈີນ-ອາ​ຊຽນ​ເນັ້ນ​ກໍ່​ສ້າງ "ຕົວ​ເມືອງ​ທັນ​ສະ​ໄໝ​ຮອບ​ດ້ານ"
2017-09-11 14:17:00  cri 
ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​​ລະ​ຫວ່າງເຈົ້າ​​ເມືອງ​ຈີນ-ອາ​ຊຽນ​ 2017 ໄດ້​ຈັດ​ຂຶ້ນ​ຢູ່​​ເມືອງ​ນານ​ນິງ​ເຂດກວາງ​ຊີ​ ສ​ປ ຈີນ​ໃນ​ວັນ​ທີ 9 ກັນ​ຍາ​ນີ້, ​ໂດຍ​ມີ​ແຂກ​ຮັບ​ເຊີນ 300 ທ່ານ​ຈາກເກືອບ 100 ເມືອງ​ຂອງຈີນ​ແລະ​ອາ​ຊຽນ​ເຂົ້າ​ຮ່ວມ​ແລະ, "ຕົວ​ເມືອງ​ທັນ​ສະ​ໄໝ​ຮອບ​ດ້ານ" ໄດ້​ກາຍ​ເປັນ​ຫົວ​ຂໍ້​ຈຸດ​ສຸມ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້.

ທ່ານ​ລຽງ​ໄຫ​ມິງ ຫົວ​ໜ້າສະ​ຖາ​ບັນ​ຄົ້ນ​ຄວ້າ​ຄັງ​ປັນ​ຍາ​ເສັ້​ນ​ທາງ​ສາຍ​​ໄໝ​ຈີນ​ກ່າວ​ວ່າ, ມາ​ຮອດ​ທ້າຍ​ປີ 2016, ຈີນ​​ມີ​ຕົວ​ເມືອງທັນ​ສະ​ໄໝ​ຮອບ​ດ້ານ 277 ເມືອງ​ແລະ​ຈຸດ​ທົດ​ລອງ ​ໃໝ່ 3 ຕົວ​ເມືອງ, ຂະ​ນະ​ທີ່ຈຳ​ນວນ​ແລະ​ຂະ​ໜາດ​ຂອງ​ຕົວ​ເມືອງ​​ທັນ​ສະ​ໄໝ​ຮອບ​ດ້ານ​ລ້ວນ​ແຕ່​ເປັນ​ອັນ​ດັບ​ທີ​ໜຶ່ງ​ໃນ​ໂລກ.

ທ່ານກອນ ທັບ​ພະ​ລັງ​ສີ ອະ​ດີດຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ທັງ​ເປັນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ໄທ​ຈີນ​ກ່າວ​ວ່າ, ອາ​ລີ​ເພ​ແລະ​ການ​ຊຳ​ລະ​​ເງິນດ້ວຍ wechat ຂອງ​ຈີນ​ໄດ້​ເລີ່ມ​ນຳ​ໃຊ້​ໃນ​​ບາງຕົວ​ເມືອງ​ທ່ອງ​ທ່ຽວ​​ຂອງ​ໄທ​ແລ້ວ, ແລະກາຍ​ເປັນ​ແບບ​ຢ່າງ​ຂອງ​ການ​ຮ່ວມ​ມື​ໃນ​ຂະ​ແໜງ​ການ​ປັນ​ຍາ​ລະ​ຫວ່າງ​ຈີນ-ອາ​ຊຽນ​ໃນ​ອະ​ນາ​ຄົດ, ​ທັງ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ແລະ​ໄທ​ໃນ​ການ​ທ່ອງ​ທ່ຽວ.

ທ່ານ​ນຸນ ພະ​ຣັ​ສ ຮອງ​ເຈົ້າ​ເມືອງ​ພະ​ນົມ​ເປັນ​ປະ​ເທດ​ກຳ​ປູ​ເຈຍ​ກ່າວ​ວ່າ, ປະ​ເທ​ດ​ຕົນ​ຫວັງ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ເຕັກ​ນິກວິ​ທະ​ຍາ​ສາດ​ທາງສະ​ມາດ​ໃນ​ອະ​ນາ​ຄົດ, ​ເພື່ອເລັ່ງ​​ບັນ​ລຸ​ໃຫ້​ຕົວ​ເມືອງ​ກຳ​ປູ​ເຈຍກ້າ​ວ​ສູ່​ການ​ເປັນ​ເມືອງ​ສາ​ມາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ