ຈຸດ​ພິ​ເສດ​ແລະ​ຜົນ​ງານ​ໃໝ່​ໃນງານ​ວາງສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 14
2017-09-11 16:30:54  cri 
ຕາມ​ຂ່າວ CRI: ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງ​ເຂດກວາງ​ຊີ​ ສ​ປ ຈີນໃນ​ວັນ​ທີ 11 ກັນ​ຍາ​ນີ້, ທ່ານ​ກ່າວ​ເຟີ່ງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ແລະ​ກອງ​ປະ​ຊຸມ​ສຸດຍອດ​ການ​ຄ້າ​ແລະ​ກາ​ນ​ລົງ​ທຶນ​ຈີນ-ອາ​ຊຽນ​ຄັ້ງ​ທີ 14 ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງ​ແຕ່​ວັນ​ທີ 12 ຫາ​ວັນ​ທີ 15 ກັນ​ຍາ​ນີ້. ແລະ​ພິ​ເສດ​ງານ​ວາງ​ສະ​ແດງ​​ປີ​ນີ້ໄດ້​ເຊີນກາ​ຊັກ​ສະ​ຖານ​​ເຂົ້າ​ຮ່ວມ​, ທັງສະ​ແດງ​ໃຫ້​ເຫັນ​ຄວາມ​ຕ້ອງ​ການ​ຮີບ​ດ່ວນ​ຂອງ​ສອງ​ຝ່າຍ​ໃນ​ການເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແລະ​ຮ່ວມ​ກັນ​ສ້າງ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ສະ​ຕະ​ວັດ​ທີ 21.

ທ່ານ​ກ່າວ​ເຟີ່ງ​ກ່າວ​ຕື່ມ​ວ່າ, ທ່ານ​ຈ່າງ​ກ່າວ​ລີ້ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ, ທ່ານ​ສອມ​ໄຊ ສີ​ພັນ​ດອນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ, ສົມ​ເດັດ​ຮາ​ຈິ ຮະ​ຊັນ​ນານ ໂບ​ເກຍ ຊຸນ​ຕານ ຊູ​ດັງ​ຂອງບ​ຣູໄນ, ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ, ທ່ານ​​ເຈືອງ​ຮົວ​ບິງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​​ປະ​ຈຳ​ການຫວຽດ​ນາມ​ຈະ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​​. ຂະ​ນະ​ທີ່ຮອງ​ນາ​ຍົກ​ທີ​ໜຶ່ງ​ຂອງ​ກາ​ຊັກ​ສະ​ຖານ​ກໍ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ, ​ແລະນີ້​ແມ່ນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​-ອາຊຽນ​​ທີ່ມີ​ຜູ້​ນຳ​ບໍ່​​ແມ່ນ​ປະ​ເທດ​ອາ​ຊຽນ​ເຂົ້າ​ຮ່ວມ​ເປັນ​ຄັ້ງ​ທຳ​ອິດ.

ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​-ອາ​ຊຽນ​ຄັ້ງ​ນີ້​ໄດ້​ເລີ່ມ​ເປີດ​ນຳ​ໃຊ້​ຫໍ​ວາງ​ສະ​ແດງ​ທີ່​ສ້າງ​ໃໝ່, ມີ​ຂະ​ໜາດ​ໃຫຍ່​ກວ່າຄັ້ງ​ທີ່​ຜ່ານ​ມາ. ເນື້ອ​ທີ່​ວາງ​ສະ​ແດງ​​ກໍ​ມີ​ເຖິງ 1 ແສນ 2 ໝື່ນ 4 ພັນ​ຕາ​ແມັດ, ມີ​​ຮ້ານ​ວາງ​ສະ​ແດງ 6600 ​ຮ້ານ.  ​ມີ 8 ປະ​ເທດ​​ໃນ​ອາ​ຊຽນໄດ້​ເໝົາ​​ຮ້ານວາງ​ສະ​ແດງ​ພິ​ເສດ, ບຣູ​ໄນ​ເຊິ່ງ​ເປັນ​ປະ​ເທດກິດ​ຕິ​ມະ​ສັກຕໍ​ກໍ​ໄດ້​ເໝົາ​ຮ້ານວາງ​ສະ​ແດງ​ເປັນ​ຄັ້ງ​ທຳ​ອິດ. ໃນ​ໄລ​ຍະ​ຈັດ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້, ຈະ​ຈັດ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ແລະ​ງານ​ວາງ​ສະ​ແດງ​ທີ່​ກວມ​ເອົາ​ຂົງ​ເຂດ​ຫຼາຍກວ່າ​ເກົ່າ​ແລະ​​ເລິກ​ເຊິ່ງກວ່​າ​ໂດຍ​ເນັ້ນ​ຫົວ​ຂໍ້ "ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະ​ຕະ​ວັນ​ທີ 21", ເພື່ອ​ຍົກ​ສູງ​ລະ​ດັບການ​ບໍ​ລິ​ການ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ