ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຈະ​ສ້າງ​ຕະຫຼາດ​ທ່ອງ​ທ່ຽວ​ສາ​ກົນ​ ໃຫ້​ອາ​ຊຽນກວາງ​ກວ່າ​ເກົ່າ​
2017-09-11 16:29:50  cri 
    ທ່ານ ວາງ​ສຽວ​ເຟິ່ງ ຮອງ​ຫົວ​ໜ້າ​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ກ່າວ​ຫວ່າງມໍ່ໆນີ້ວ່າ, ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຈະ​ສ້າງ​ຕະຫຼາດ​ທ່ອງ​ທ່ຽວ​ສາ​ກົນ​ທີ່ກວາງ​ຂວາງກວ່າ​ເກົ່າ​ໃຫ້​ບັ​ນ​ດາ​ປະ​ເທດ​ອາ​ຊຽນ ທັງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແລະ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃນ​ພາກ​ພື້ນ.

    ທ່ານ ວາງ​ສຽວ​ເຟິ່ງ ​ໃຫ້​ທັດ​ສະ​ນະດັ່ງ​ກ່າວ​ໃນ​ກອງ​ປະ​ຊຸມປຶກ​ສາ​ຫາ​ລື​ທີ່​ກ່ຽວ​ຂ້ອງ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ເຈົ້າ​ເມືອງ​ຈີນ-ອາ​ຊຽນ 2017 ທີ່​ໄຂ​ຂຶ້ນ​ຢູ່​ເມືອງ​ນານ​ນິງ ເຂດ​ກວາງ​ຊີ ສ​ປ ຈີນ​ໃນ​ວັນ​ທີ 9 ກັນ​ຍານີ້.

    ທ່ານ ກ່າວ​ຕື່ມ​ວ່າ, ນັບ​ແຕ່​ສະ​ເໜີ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລ​ວ​ທາງ​ໜຶ່ງ​ເສັ້ນ​ທາງ" ມາ​ເປັນ​ເວ​ລາ 4 ປີ​, ຈີນ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ 72 ຊົ່ວ​ໂມງ​ໃຫ້ແກ່​ຄົນ​ຕ່າງ​ປະ​ເທດ​ທີ່​ມີ​ປີ້​​ເຮືອ​ບິນ​ໄປ​ປະ​ເທດ​ທີ​ສາມ ຂອງ 51 ປະ​ເທດ​ຢູ່ 18 ເມືອງ​ທີ່​ເປັນ​ດ່ານ. ຂະ​ນະ​ທີ່​ໃນ​ເດືອນ​ຕຸ​ລາ​ປີ 2016 ຜ່ານ​ມາ ຍັງ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ 15 ວັນ​ໃຫ້ແກ່​ຄະ​ນະ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ທີ່​ຂີ່​ເຮືອ​ສຳ​ລານ​ເຂົ້າ​ສູ່​ຊຽງ​ໄຮປະ​ເທດ​ຕົນ ແລະ​ໄດ້​ຈັດ​ເອົາ​ຕົວ​ເມືອງ​ທ່ອງ​ທ່ຽວ​ເຂົ້າ​ໃນ​ຂອບ​ເຂດ​​ການຮ່ວມ​ມື​ໃຫ້ຫຼາຍກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ