ທ່ານ​ນາງ​ຫຼິວ​ຢຽນ​ຕຸ່ງ​​ພົບ​ປະ​ກັບ​ອະ​ທິ​ການ​ບໍ​ດີ​ຈີນ​ແລະ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ຖອດ​ຖອນ​ບົດ​ຮຽນ​ລະ​ຫວ່າງ​ອະ​ທິ​ການ​ບໍ​ດີ​ໂຮງ​ຮຽນ​ດົນ​ຕີ​ໂລກ
2017-09-12 16:37:00  cri 
ທ່ານ​ນາງ​ຫຼິວ​ຢຽນ​ຕຸ່ງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ພົບ​ປະ​ກັບອະ​ທິ​ການ​ບໍ​ດີ​ຈີນ​ແລະ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ຖອດ​ຖອນ​ບົດ​ຮຽນ​ລະ​ຫວ່າງ​ອະ​ທິ​ການ​ບໍ​ດີ​ໂຮງ​ຮຽນ​ດົນ​ຕີ​ໂລກຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ ສ​ປ ຈີນ​ໃນ​ວັນ​ທີ 11 ກັນ​ຍາ​ນີ້.

ທ່ານ​ນາງ​ຫຼິວ​ຢຽນ​ຕຸ່ງ ຊີ້​ໃຫ້​ເຫັນ​ວ່າ, ດົນ​ຕີແມ່ນ​ເຄື່ອງ​ມື​ວັດ​ທະ​ນະ​ທຳຂອງ​ມະ​ນຸດ. ການ​ທີ່​ຊຸກ​ຍູ້​ການ​ແລກ​ປ່ຽນ​ໃນ​ຂົງ​ເຂດ​ດົນ​ຕີ​ລະ​ຫວ່າງ​ປະ​ເທດ​ຕ່າງໆ​ແມ່ນ​ສ່ວນ​ປະ​ກອບ​ສຳ​ຄັນ​ທີ່​ລົງ​ເລິກ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຂອງ​ປະ​ເທດ​ຕ່າງໆ. ຫວັງ​ວ່າ​ໂຮງ​ຮຽນ​ແລະ​​ສະ​ຖາ​ບັນ​ສຶກ​ສາ​ດົນ​ຕີ​ຈີນ​ແລະ​ຕ່າງ​ປະ​ເທດ​​ຈະເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕື່ມ​ອີກ, ​ໂດຍ​ການຄົ້ນ​ຄວ້າ​ຮູບ​ແບບ​ໃໝ່​ທີ່​ອົບ​ຮົມ​ຜູ້​ດີ​ເດັ່ນ​ດ້ານ​ດົ​ນ​ຕີ, ຄົ້ນ​ຄວ້າ​​ແລະ​ແຜ່​ຂະ​ຫຍາຍ​ດົນ​ຕີ, ຮ່ວມ​ກັນ​ຊຸກ​ຍູ້​​ການ​ສຶກ​ສາ​ດົນ​ຕີ​ຂອງ​ໂລກ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່, ປະ​ກອບ​ສ່ວນ​ເຮັດ​ໃຫ້​ວັດ​ທະ​ນະ​ທຳ​ຂອງ​ມະ​ນຸດ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​ແລະ​ການ​ພັດ​ທະ​ນາ​ສັນ​ຕິ​ພາບ​ຂອງ​ໂລກ​ຫຼາຍກວ່າ​ເກົ່າ.

​ໃນ​ການ​ຖອດ​ຖອນ​ບົດ​ຮຽນ​ເທື່ອ​ນີ້​ມີ​ອະ​ທິ​ການ​ບໍ​ດີ 35 ທ່ານ​ຈາກ​ໂຮງ​ຮຽນ​ດົນ​ຕີ​ທີ່​ມີ​ຊື່​ສຽງ 35 ແຫ່ງ​ໃນ 15 ປະ​ເທດ​ເຂົ້າ​ຮ່ວມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ