ຈີນ​ແລະ​ອາຊຽນ​ຈະ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຮ່ວມ​ມື​ດ້ານ​ສິ​ລະ​ປະ​​ດັ້ງ​ເດີມ
2017-09-12 17:32:28  cri 
ທ່ານ​ນາງ​ຢ໋າງ​ຊິ້ວ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ຈີນ-ອາ​ຊຽນ​ໄດ້​ສະ​ເໜີ​ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ວັດ​ທະ​ນະ​ທຳ​ຈີນ-ອາ​ຊຽນ​ຄັ້ງ​ທີ 12 ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ໜານ​ໜິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ ສ​ປ ຈີນ​ໃນ​ວັນ​ທີ 11 ກັນ​ຍາ​ນີ້​ວ່າ: ໃນ​ອະ​ນາ​ຄົດ, ຈີນ​ແລະ​ອາ​ຊຽນ​ຈະ​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ແລະ​ການ​ຮ່ວມ​ມື​ດ້ານ​ບຸກ​ຄະ​ລາ​ກອນ ໂດຍ​ສະ​ເພາະ​​ກາ​ນ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ ເພື່ອ​​ຍົກ​ລະ​ດັບ​ຜູ້​ມີ​ຄວາມ​ສາ​ມາດ​ດ້ານ​ການ​ສະ​ແດງ​ດີ​ເດັ່ນ​ໃຫ້ຫຼາຍກວ່າ​ເກົ່າ. ຂະ​ນະ​ດຽວ​ກັນ, ຄວນ​ມີ​ວິ​ທີ​ການ​ສືບ​ທອດ​ວັດ​ນະ​ທະ​ທຳ​ດັ້ງ​ເດີມ​ຂອງ​ສອງ​ຝ່າຍ​ທີ່​ດີກວ່າ​ເກົ່າ ແລະ​ເພີ່ມ​ທະ​ວີ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ສິ​ລະ​ປະ​ດັ້ງ​ເດີມ.

ໃນ​ຖາ​ນະ​ເປັນ​ໜຶ່ງ​ໃນ​ກອງ​ປະ​ຊຸມ​ປຶກ​ສ​າ​ຫາ​ລື​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ, ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ວັດ​ທະ​ນະ​ທຳ​ຈີນ-ອາ​ຊຽນ​ປີ​ນີ້​ເນັ້ນ​ຊ່ອງ​ທາງ​ອົບ​ຮົມ​​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ສິ​ລະ​ປະ​ດັ້ງ​ເດີມ, ຮູບ​ແບບ​ສືບ​ທອດ​ສິ​ລະ​ປະ​ດັ້ງ​ເດີມ, ສິ​ລະ​ປະ​ດັ້ງ​ເດີມ​ແລະ​ເຊື່ອມ​ໂຍງອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​​ເຂົ້າ​ກັນ​ເພື່ອ​ພັດ​ທະ​ນາ​ຮ່ວມ​ກັນ ແລະ​ອື່ນໆ ເພື່ອ​ຄົ້ນ​ຄວ້າ​ກົນ​ໄກ​ແລະ​ຊ່ອງ​ທາງ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ສິ​ລະ​ປະ​ດັ້ງ​ເດີມ​ລະ​ຫວ່າງ​ສອງ​ຝ່າຍ ​ແລະ​ກະ​ຕຸ້ນໃຫ້​ຍົກ​ລະ​ດັບ​ການ​ສຶກ​ສາ​ດ້ານ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ໃຫ້​ສູງ​ຂຶ້ນ​ເລື້ອຍໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ