ສິນ​ຄ້າຊຸດທຳ​ອິດ​ເຖິງ​ໄຫ​ໂຂວ​ແລ້ວ
2017-09-13 14:36:40  cri 
ເວ​ລາ 12 ໂມງ​ຂອງວັນ​ທີ 12 ກັນ​ຍາ​ນີ້, ກຳ​ປັ່ນ "ໄຫ​ຊູ 2"ທີ່​ບັນ​ທຸກ​ຕູ້​ຄອນ​ທິນເນີ​ໄດ້​ເຂົ້າ​ທຽບ​ທ່າ​​ຊິ້ວ​ຢິ່ງ​ເມືອງ​ໄຫ​ໂຂວ ແຂວງ​ໄຫຫຼຳ ສ​ປ ຈີນ​ແລ້ວ ຖື​ວ່າ​ນີ້​ຄື​ສິນ​ຄ້າ​ນຳ​ເຂົ້າ​ຊຸດທຳ​ອິດ​ທີ່​​​ມາ​ເຖິງ​ເມືອງ​ໄຫ​ໂຂວ ຫຼັງຂົນ​ສົ່ງ​ມາ​ຕາມ​ເສັ້ນ​ທາງໄຫ​ໂຂວ-ຟີ​ລິບ​ປິນ ແລະ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ເດີນ​ເຮືອ​ຄັ້ງ​ທຳ​ອິດ​ຂອງ​ເສັ້ນ​ທາງ​ກຳ​ປັ່ນ​ດັ່ງ​ກ່າວ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.

ຂ່າວ​ແຈ້ງວ່າ: ​ການ​ຂົນ​ສົ່ງ​ຖ້ຽວ​ນີ້,ກຳ​ປັ່ນໄດ້​ບັນ​ທຸກ​ຕູ້​ຄອນທິນ​ເນີ​ຂະ​ໜາດ 20 ຟຸດ 68 ຕູ້, ຕູ້​ຄອນ​​ທິນເນີ​ຂະ​ໜາດ 40 ຟຸດ 77 ຕູ້ ແລະ​ຕູ້​ເປົ່າ 5 ຕູ້ ​ໂດຍ​ນ້ຳ​ໜັກ​ລວມ 3412 ໂຕນ, ໃນ​ຕູ້​ຄອນ​​ທິນ​ເນີ​ດັ່ງ​ກ່າວ​ໄດ້​ບັນ​ທຸກ​ສິນ​ຄ້າ​ຕ່າງໆ​ເຊັ່ນ​ວຸ້ນ​ໝາກ​ພ້າວ,ໝາກ​ພ້າວ,ແ​ປ້ງມັນ​ຕົ້ນ, ໄມ້​ອັດ ແລະ​ອື່ນໆ.

ການ​ເປີດ​ເສັ້ນ​ທາງ​ກຳ​ປັ່ນ​ຂົ​ນ​ສົ່ງ​ຕູ້​ຄອນ​ທິນ​ເນີ "ໄຫ​ໂຂວ-ຟີ​ລິບ​ປິນ" ເປັນ​ໜຶ່ງ​ໃນ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ເມືອງ​ໄຫ​ໂຂວ​ກັບ​ຟີ​ລິບ​ປິນ​ທີ່​ໄດ້​ລົງ​ນາມ​ໃນ​ເດືອນ​ກໍ​ລະ​ກົດ​ຜ່ານ​ມາ ທັງ​ເປັນ​ຜົນ​ງານ​​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ຟີ​ລິບ​ປິນ​ໃນ​ການ​ເຊື່ອມ​ຈອດ​ທາງ​ທະ​ເລຮ່ວມ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ