ເຂດ​ອຸດສາຫະກຳ​ກວນຕັນ​ຂອງ​ມາ​ເລ​ເຊຍ-ຈີນ​ດຶງ​ດູດ​ການ​ລົງ​ທຶນ​​ໄດ້ຢ່າງ​ຫຼວງ​ຫຼາຍ
2017-09-13 14:33:03  cri 
ຫວ່າງ​ມໍ່ໆ​ມາ​ນີ້, ປະ​ທານ​ບໍ​ລິ​ສັດ​ຈຳ​ກັດ​ເຂດ​ນິຄົມອຸດ​ສາ​ຫະ​ກຳ​ກວນ​ຕັນ​ມາ​ເລ​ເຊຍ-ຈີນ​ກ່າວ​ວ່າ, ​ນັບ​ແຕ່ເຂດ​​ນິ​ຄົມອຸດ​ສາ​ຫະ​ກຳ​ກວນ​ຕັນ​ໄດ້​ເລີ່ມ​ເປີດ​ບໍ​ລິ​ການ​ເມື່ອປີ 2013 ​ເປັນ​ຕົ້ນມາ, ກໍ່​ສາ​ມາດດຶງ​ດູດ​ການ​ລົງ​ທຶນ​ໄດ້​ຫຼາຍກວ່າ 30 ຕື້​ລິນ​ກິດ (ປະ​ມານ 7 ຕື້ 100 ລ້ານ​ໂດ​ລາ​ສະ​ຫະ​ລັດ). ການ​ລົງ​ທຶນ​ເຫຼົ່າ​ນີ້​ຕົ້ນ​ຕໍ​ມາ​ຈາກ​ປະ​ເທດ​ຈີນ, ​ແລະໂຄງ​ການ​ລົງ​ທຶນ​ສ່ວນ​ຫຼາຍ​ເລັ່ງ​ໃສ່​ໂຄງ​ການ​ປະ​ຢັດ​ພະ​ລັງ​ງານ, ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ, ການ​ຜະ​ລິດ​ອຸ​ປະ​ກອນ​ທີ່​ມີ​ເຕັກ​ນິກ​ສູງ​ແລະ​ວັດ​ຖຸ​​ໃໝ່​ທີ່​ມີ​ເຕັກ​ນິກ​ສູງ, ປັດ​ຈຸ​ບັນ, ວຽກ​ງານຕົ້ນ​ຕໍ​ຂອງ​ເຂດ​ນິ​ຄົມ​ອຸດ​ສາ​ຫະ​ກຳ​​ຄື​ການ​ປະ​ຕິ​ບັດ​ໂຄງ​ການແລະ​ທຶນ​ເຫຼົ່າ​ນີ້​ເທື່ອ​ລະ​ກ້າວ. ນອກ​ຈາກ​ນັກ​ລົງ​ທຶນ​ຈີນ​ແລ້ວ, ​ຫວັງ​ວ່າ​​ຈະສາ​ມາດ​ດຶງ​ດູດ​ນັກ​ລົງ​ທຶນ​ຈາກ​​ອາ​ຊຽນ​ແລະ​ຮົງ​ກົງຕື່ມ​ອີກ.

ເຂດ​ນິ​ຄົມ​ອຸດ​ສາ​ຫະ​ກຳ​ກວນ​ຕັນ​ແມ່ນ​ເຂດ​ນິມ​ອຸດ​ສາ​ຫະ​ກຳ​ລະ​ດັບ​ຊາດ​ທີ່​ລັດ​ຖະ​ບານ​ຈີນ​ແລະ​ມາ​ເລ​ເຊຍ​ຮ່ວມ​ກັນ​ສ້າງ​ຂຶ້ນ, ແລະ​ໄດ້​ຮ່ວມ​​ກັບ​ເຂດ​​ນິ​ຄົມອຸດ​ສາ​ຫະ​ກຳ​ຊິ່ນ​ໂຈ່ວ​ຂອງ​ຈີນ​ສ້າງ​ຮູບ​ການ​ຮ່ວມ​ມື​ສາ​ກົນ​ທີ່ "ສອງ​ປະ​ເທດ​ສ້າງ​ເຂດນິ​ຄົມ​ອຸດ​ສາ​ຫະ​ກຳ​ສອງ​ແຫ່ງ", ແມ່ນ​ໂຄງ​ການ​ສຳ​ຄັນ​ໃນ​ຂອບ​ການ​ສ້າງ "ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະ​ຕະ​ວັດ​ທີ 21"
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ