ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ຢ້ຽມ​ຢາມ​ລາວ​ຢ່າງ​ເປັນ​ທາງ​ການ
2017-09-13 16:39:30  cri 

ໂດຍ​ຕອບ​ສະ​ໜອງ​ຕາມ​ການ​ເຊື້ອ​ເຊີນ​ຂອງ​ທ່ານ​ ພ.ທ ຈັນ​ສະ​ໝອນ ຈັນ​ຍາ​ລາດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ແຫ່ງ ສ​ປ​ປ ລາວ, ທ່ານ​ສາງວ້ານ​ສວນ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ແຫ່ງ ສ​ປ ຈີນ​ແລະ​ຄະ​ນະ​ໄດ້​ເດີນ​ທາງ​ດ້ວຍ​ຍົນ​ພິ​ເສດ​ເຖິງ​ນະ​ຄອນ​ຫຼວງວຽງ​ຈັນ​ໃນ​ຕອນ​ເຊົ້າ​ວັນ​ທີ 13 ກັນ​ຍາ​ນີ້, ແລະ​ເລີ່ມ​ຢ້ຽມ​ຢາມ​ປະ​ເທດ​ດັ່ງ​ກ່າວ​ຢ່າງ​ເປັນ​ທາງ​ການ.

ໃນ​ໂອ​ກາດ​ນີ້, ທ່ານ​ສາງວ້ານ​ສວນ ຈະ​ພົບ​ປະ​ກັບ​ທ່ານ ພ.ທ ຈັນ​ສະ​ໝອນ ຈັນ​ຍາ​ລາດ ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ແຫ່ງ ສ​ປ​ປ ລາວ​. ນອກ​ນີ້​ທ່ານ ສາງວ້ານ​ສວນ ຍັງ​ຈະ​ພົບ​ປະ​ກັບ​ທ່ານ ບຸນ​ຍັງ ວໍ​ລະ​ຈິດ ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ