ຈີນ​ແລະ​ອາ​ຊຽນ​ສຸມ​ໃສ່​ສົ່ງ​ເສີມ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ແຊ່​ເຢັນ
2017-09-13 16:03:10  cri 
    ເວ​ທີ​ປຶກ​ສາ​ຫາ​ລື​ການ​ສົ່ງ​ເສີມ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ສົດ​ແລະ​ແຊ່​ເຢັນ​ຕາມ​ທາງ​ທິດ​ໃຕ້​ຄັ້ງ​ທຳ​ອິດ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງ​ເຂດກວາ​ງ​ຊີ ສ​ປ ຈີນ​ໃນ​ວັນ​ທີ 12 ກັນ​ຍານີ້ ໂດຍ​ຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ 120 ທ່ານ​ຈາກ​ຈີນ, ໄທ, ຫວຽດ​ນາມ​ ແລະ​ປະ​ເທດ​ອື່ນໆ ໄດ້​ປຶກ​ສາ​ຫາ​ລື​ແນວ​ຄິດ​ການສົ່ງ​ເສີມ​ການ​ຈໍ​ລະ​ຈອນ​ສິນ​ຄ້າສົດ​ແລະ​ແຊ່​ເຢັນ​​ຕາມ​ທາງ​ທິດ​ໃຕ້ ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້ "ຮ່ວມ​ກັນ​ຊົມ​ໃຊ້​ຕ່ອງ​ໂສ້​ແຊ່​ເຢັນ ແລະ​ປະ​ດິດ​ສ້າງ​ໃໝ່" ເພື່ອ​ສ້າງ​ເວ​ທີ​ການ​ຮ່ວມ​ມືໃຫ້​ແກ່​ວິ​ສາ​ຫ​ະ​ກິດ​ໃນ​ການ​ຂະ​ຫຍາຍ​ຕະຫຼາດ.

    ທ່ານ ເຫວີຍ​ທ່າວ ຜູ້​ຮັບ​ຜິດ​ຊອບ​ກຸ່ມ​ທ່າ​ກຳ​ປັ່ນ​ສາ​ກົນ​ອ່າວ​ເປີຍ​ປູ້​ເຂດກວາງ​ຊີ ກ່າວ​ວ່າ, ປັດ​ຈຸ​ບັນ, ກຸ່ມ​ຕົນ​ກຳ​ລັງ​ອອກ​ແຮງ​ຍົກ​ລະ​ດັບ​ຕ່ອງ​ໂສ້​ແຊ່​ເຢັນ​ຂອງ​ເຂດ​ຈໍ​ລະ​ຈອນ​ສິນ​ຄ້າ​ສາ​ກົນ​ລວມ​ນານ​ນິງ, ການ​ສ້າງ​ສູນ​ຄ້າ​ຂາຍ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ສາ​ກົນ​ທ່າ​ເໜືອ​ຂອງ​ທ່າ​ກຳ​ປັ່ນ​ຊິ່ນ​ໂຈ່ວ ແລະ​ສູນ​ເຕົ້າ​ໂຮມ​ຕະຫຼາດ​ຈໍ​ລະ​ຈອນ​ສິນ​ຄ້າ​ດ້ວຍ​ຕ່ອງ​ໂສ້​ແຊ່​ເຢັນ​ແຫ່ງ​ອື່ນໆ, ພ້ອມ​ທັງ​ອາ​ໄສ​ຊັບ​ພະ​ຍາ​ກອນ​ທ່າ​ກຳ​ປັ່ນ ແລະ​ທິດ​ທາງ​ສູ່​ພາກ​ໃຕ້ຈຸ່ງ​ກິ່ງ-ກວາງ​ຊີ-ສິງ​ກະ​ໂປ, ເຕົ້າ​ໂຮມ​ຕ່ອງ​ໂສ້​ແຊ່​ເຢັນ ແລະ​ພະ​ຍາ​ຍາມ​ສ້າງ​ສູນ​ບໍ​ລິ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ທີ່​ຮ່ວມ​ກັນ​ຊົມ​ໃຊ້​ທົ່ວ​ຕ່ອງ​ໂສ້​ແຊ່​ເຢັນ.

    ປັດ​ຈຸ​ບັນ, ທິດ​ທາງ​ສູ່​ພາກ​ໃຕ້​ໄດ້ດຳ​ເນີນ​ທຸ​ລະ​ກິດ​ເປັນ​ປົກ​ກະ​ຕິ​ແລ້ວ ໂດຍ​ໄດ້​​ສ້າງ​ຊ່ອງ​ທາງ​ຂົນ​ສົ່ງ​ທີ່​ສະ​ດວກ​ໃຫ້​ແກ່​ຕະຫຼາດ​ຈໍ​ລະ​ຈອນ​ສິນ​ຄ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ