ເກີດ​ເຫດ​ໄຟ​ໄໝ້ໂຮງ​ຮຽນ​ຢູ່​ກົວ​ລາ​ລຳ​ເປີເຮັດ​ໃຫ້​ຢ່າງ​ໜ້ອຍ​ເສຍ​ຊີ​ວິດ 25 ຄົນ
2017-09-14 15:48:33  cri 
ໂຮງ​ຮຽນ​ສາ​ສະ​ໜາ​ແຫ່ງ​ໜຶ່ງ​ໃນ​ນະ​ຄອນຫຼວງ​ກົວ​ລາ​ລຳ​ເປີ​ປະ​ເທດ​ມາ​ເລ​ເຊຍ​ໄດ້​ເກີດ​ໄຟ​ໄໝ້​ໃນ​ຕອນ​ຮຸ່ງ​ເຊົ້າ​ວັນ​ທີ 14 ກັນ​ຍາ​ນີ້ ສົ່ງ​ຜົນ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ມີ​ຜູ້​ເສຍ​ຊີ​ວິດ 25 ຄົນ.

ເຈົ້າ​ໜ້າ​ທີ່ດັບ​ເພີງ​ມາ​ເລ​ເຊຍ​ຢືນ​ຢັນ​ວ່າ ຫຼັງ​ໄດ້​ຮັບ​ການ​ລາຍ​ງານ​​ເຫດ​ໄຟ​ໄໝ້​ປະ​ມານ​ເວ​ລາ 5 ໂມງ  41 ນາ​ທີ, ​ໜ່ວຍ​ງານ​ຕົນ​ກໍ​ໄດ້​​ສົ່ງເຈົ້າ​ໜ້າ​ທີ່​ດັບ​ເພີງ​ໄປສະ​ຖານ​ທີ່​ເກີດ​ເຫດ​ແລະ​ມາ​ຮອດປັດ​ຈຸ​ບັນ​​​ໄຟ​ໄດ້​ມອດ​ແລ້ວ. ​ຈາກ​ເຫດ​ການ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​​ນັກ​ຮຽນ 22 ຄົນ ແລະ​ອາ​ຈານ 3 ຄົນ​ເສຍ​ຊີ​ວິດ.

ເຈົ້າ​ໜ້າ​ທີ່​ດັບ​ເພີງ​ມາ​ເລ​ເຊຍ​ຢືນ​ຢັນ​ໂດຍ​ຄາດ​ວ່າ​ຜູ້​ເສຍ​ຊີ​ວິດອາ​ດ​ຈະ​ເພີ່ມ​ຂຶ້ນ​ອີກ. ​ຂະ​ນະ​ທີ່ປັດ​ຈຸ​ບັນຍັງ​ບໍ່​ຮູ້​ສາ​ເຫດຂອງ​ການ​ເກີດ​ອັກ​ຄີ​ໄພ​ຢ່າງ​ລະ​ອຽດເທື່ອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ