ແຕ່ວັນທີ 9 ຫາວັນທີ 15 ກັນຍາທຸກປີ ແມ່ນບຸນອາບນ້ຳຂອງຊາວຕິເບດ ເຊິ່ງແມ່ນບຸນຂອງຊົນເຜົ່າຕິເບດທີ່ອາໄສຢູ່ເມືອງລາຊາ, ຊີກະເຊ, ຊ່ານນານແລະແຫ່ງອື່ນໆຢູ່ເຂດຕິເບດຈີນ, ມີປະຫວັດສາດເຖິງ 800 ກວ່າປີແລ້ວ. ຕາມປົກກະຕິແລ້ວ ຈະກົງກັບວັນທີ 6 ຫາວັນທີ 12 ເດືອນກໍລະກົດຕາມປະຕິທິນຕິເບດ, ແລະຈະສະຫຼອງເປັນເວລາ 7 ມື້. ຕາມການບອກເລົ່າ, ເວລາ ເພື່ອອາບນ້ຳດີທີ່ສຸດໃນໄລຍະບຸນອາບນ້ຳ ແມ່ນຕອນຄ່ຳ, ອາບນ້ຳຢູ່ໃຕ້ທ້ອງຟ້າທີ່ເຕັມໄປດ້ວຍດວງດາວໂດຍມີການເຊື່ອວ່າ, ສາມາດຂັບໄຂພະຍາດອອກຈາກຮ່າງກາຍແລະນຳເອົາສິລິມຸງຄຸນແລະໂຊກດີມາສູ່ຊີວິດ.