ທ່ານ​ບຸນ​ຍັງ ວໍ​ລະ​ຈິດຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງທ່ານ​ສາງວ້ານ​ສວນ
2017-09-14 16:54:40  cri 

ທ່ານ​ບຸນ​ຍັງ ວໍ​ລະ​ຈິດ ເລ​ຂາ​ທິ​ການ​ໃຫຍ່​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ,  ປະ​ທານ​ປະ​ເທດ​ລາວ​ໄດ້​ຕ້ອ​ນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ສາງວ້ານ​ສວນ ທີ່​ປຶກ​ສາ​ແຫ່ງ​ລັດ​ທັ​ງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ ສ​ປປ ລາວ​ໃນ​ຕອນ​ເຊົ້າ​ວັນ​ທີ 14 ກັນ​ຍາ​ນີ້.

ທ່ານ​ບຸນ​ຍັງ ກ່າວວ່າ, ​ຫຼາຍ​ປີ​ຜ່ານ​ມາ, ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ລາວ-ຈີນ​ໄດ້​ກ້າວ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ແລກ​ປ່ຽນ​ໃນ​ຂົງ​ເຂດ​ການ​ເມືອງ, ເສດ​ຖະ​ກິດ, ຄວາມ​ສະ​ຫງົບ​ແລະ​ອື່ນໆ​ໄດ້​ຮັບ​ຜົນ​ງານ​ອັນ​ພົ້ນ​ເດັ່ນ. ພາຍ​ໃຕ້​ສະ​ຖາ​ນະ​ການ​ພາກ​ພື້ນ​ແລະ​ສາ​ກົນ​ທີ່ສັບ​ສົນ​ແລະ​​ປ່ຽນ​ແປງ​ເລື້ອຍໆ, ການ​ທີ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ລະ​ຫວ່າງ​ພັກ, ລັດ​ແລະ​ກອງ​ທັບ​ທັງ​ສອງ​ປະ​ເທດ​ແມ່ນສຳຄັນ​ທີ່​ສຸດ. ກອ​ງ​ທັບ​ຈີນ​ແມ່ນ​ແບບ​ຢ່າງ​ຮ່ຳ​ຮຽນ​ຂອງກອງ​ທັບ​ປະ​ຊາ​ຊົນ​ລາວ, ​ແລະຫວັງ​ວ່າ​ຈີນ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ ກອງ​ທັບ​ປະ​ຊາ​ຊົນ​ລາວ​, ​ແລະກອງ​ທັບ​ສອງ​ປະ​ເທດ​​ຈະ​ແລກ​ປ່ຽນ​ແລະ​ຮ່ວມ​ມື​​ກັນເລື້ອຍໆ.


ທ່ານ​ສາງວ້ານ​ສວນ​ກ່າວ​ວ່າ, ​ການ​ພົວ​ພັນ​ລະ​ຫວ່າງລັດ​ແລະ​ກອງ​ທັບ​ສອງ​ປະ​ເທດ​ຈີນ​ລາວ​ໃກ້​ຊິດ​ກັນຫຼາຍ, ສອງ​ຝ່າຍ​ໄດ້​ຮ່ວມ​ມື​ຢ່າງ​ຈິງ​ຈັງ​ແລະ​ມີ​ຜົນ​ງານ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ມີ​​ອະ​ນາ​ຄົດ​ທີ່​ດີ​ງາມ. ກອງ​ທັບ​ຈີ​ນ​ຈະ​ປະ​ຕິ​ບັດ​ຕາມ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ​ຜູ້​ນຳ​ສອງ​ປະ​ເທດ, ຮ່ວມ​ກັບ​ກອງ​ທັບ​ປະ​ຊາ​ຊົນລາວ, ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ, ລົງ​ເລິ​ກ​ການ​ຮ່ວມ​ມື, ເພື່ອ​​ຕັ້ງ​ໜ້າປະ​ກອບ​ສ່ວນ​​ເຂົ້າ​ໃນ​ການ​ສ້າງ​ປະ​ຊາ​ຄົມ​​ຮ່ວມ​ຊະ​ຕາ​ກຳ​ຈີນ-ລາວ. ທັງ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ​ກັບ​ການ​ນຳ​ຂັ້ນ​ສູງລາວ​ຕື່ມ​ອີກ, ປັບ​ປຸງ​ກົນ​ໄກ​ຮ່ວມ​ມື​ໃຫ້​ສົມ​ບູນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ປ້ອງ​ກັນ​ປະ​ເທດແລະ​ເຮັດ​​ວຽກ​ງານ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ​ໃຫ້​ດີ. ກອງ​ທັບ​ຈີນ​ຈະ​ສືບ​ຕໍ່​​ຊ່ວຍ​ເຫຼືອ​ກອງ​ທັບ​ປະ​ຊ​າ​ຊົນ​ລາວ​ເທົ່າ​ທີ່​ຈະ​ເຮັດ​ໄດ້.


ທ່ານ​ສາງວ້ານ​ສວນ​ຍັງ​ໄດ້​​ແຈ້ງ​ການ​ກໍ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແລະ​​ບັນ​ຍາ​ກາດ​ຄຳ​ນັບ​ຮັບຕ້ອນ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ອີກ. ​ຂະ​ນະ​ທີ່ທ່ານ​ບຸນ​ຍັງ​ ກ່າວ​ຕື່ມ​ວ່າ, ປະ​ເທດ​ລາວ​ຈະ​ຕັ້​ງ​ໜ້າ​ເຂົ້າ​ຮ່ວມ​ການ​ກໍ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ແລະ​ອວຍ​ພອນ​ໃຫ້ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ຕໍ່​ໜ້າ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.
.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ