ຮ້ານ​ອາ​ຫານ​ນັກ​ສຶກ​ສາ​ທີ່​ປະ​ດິດ​ສ້າງ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ທຽນ​ສິນ
2017-09-15 16:28:07  cri 

ຮ້ານ​ອາ​ຫານ​ເຊ​ຊ່ານຫຼັງ​ໃໝ່​ຂອງ​ວິ​ທະ​ຍາ​ເຂດ​ຖະ​ໜົນ​ເວີຍ​ຈິ່ນ​ມະ​ຫາ​ວິ​ທະ​ຍາ​ໄລ​ທຽນ​ສິນ ສ​ປ ຈີນ​ໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການແລະ​ເລີ່ມ​ບໍ​ລິ​ການ​ແຕ່​ສົກ​ຮຽນ​ໃໝ່​ນີ້​ເປັນ​ຕົ້ນ​ໄປ. ຮ້ານ​ອາ​ຫານຫຼັງ​ໃໝ່​ທີ່​ໄດ້​ຮັບ​ການ​ປັບ​ປຸງ​ນັ້ນ​ໄດ້​ຮັກ​ສາ​ຄວາມ​ເປັນ​ເອ​ກະ​ລັກ​ດັ້ງ​ເດີມ​ຂອງ​ອາ​ຄານຫຼັງ​ເກົ່າ ທັງ​ໄດ້​ປະ​ສົມ​ປະ​ສານ​ປັດ​ໄຈອຸດ​ສາ​ຫະ​ກຳ​ແບບ​ໃໝ່ ​ເຊິ່ງເມື່ອ​​ເຫັນ​ແລ້ວ​ຮູ້​ສຶກ​​ແປກ​ຫູ​​ແປກ​ຕາ. ຮ້ານ​ອາ​ຫານ​ໃໝ່​ດັ່ງ​ກ່າວ​ຮອງ​ຮັບ​ຄູ​ອາ​ຈານ​ແລະ​ນັກ​ສຶກ​ສາ​ໄດ້800 ຄົນ​ ເຊິ່ງ​ນ​ອກ​ຈາກ​ເປັນ​ສະ​ຖານ​ທີ່​ຮັບ​ປະ​ທານ​ແລ້ວ​ຍັງ​ເປັນ​ສະ​ຖານ​ທີ່ພັກ​ຜ່ອນ​ທີ່​ສະ​ບາຍ​ໃຫ້​ແກ່​ນັກ​ສຶກ​ສາ​ແລະ​ອາ​ຈານ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ດັ່ງ​ກ່າວ​ຕື່ມ​ອີກ.


1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ