ກອງ​ກຳ​ປັ່ນ​ທະ​ຫານ​ຈີນ​ຢ້ຽມ​ຢາມ​ແບນ​ຊິກ​ເປັນ​ຄັ້ງ​ທຳ​ອິດ
2017-09-15 10:30:56  cri 
ຕອນ​ບ່າຍ​ວັນ​ທີ 14 ກັນ​ຍາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ກອງ​ກຳ​ປັ່ນ​ປ້ອງ​ກັນ​​ຕິດຂີ​ປະ​ນາ​ວຸດ​ເພື່ອ​ປ້ອງ​ກັນ​ການ​ເດີນ​ເຮືອ​ຊຸດ​ທີ 26 ໄດ້​ເດີນ​ທາງໄປ​ເຖິງ​ທ່າ​ກຳ​​ປັ່ນ​ອານເວີບ​ປະ​ເທດ​ແບນ​ຊິກ ເຊິ່ງ​ເປັນ​ຂີດ​ໝາຍ​ຂອງ​ການເລີ່ມ​​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ​​ປະ​ເທດ​ດັ່ງ​ກ່າວເປັນ​ເວ​ລາ 5 ວັນ.

ຫຼັງ​ທຽບ​ທ່າ​ກຳ​ປັ່ນ​ດັ່ງ​ກ່າວ, ເຈົ້າ​ໜ້າ​ທີ່​ແບນ​ຊິກ​ແລະ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ແບນ​ຊິກ​ໄດ້ເຂົ້າ​ຮ່ວມ​ຕ້ອນ​ຮັບ​ຢ່າງ​ຄຶກ​ຄື້ນ​ຢູ່​ທ່າ​ກຳ​ປັ່ນ ແລະ​ໃນ​ໂອ​ກາ​ດ​ນີ້ ທ່ານ​ວາງ​ຈຸ້ງ​ສາຍ ຜູ້​ບັນ​ຊາ​ການ​ຂະ​ບວນ​ກຳ​ປັ່ນ​ກ່າວ​​ໃນ​ພິ​ທີວ່າ, ​ກ່ອນ​ໜ້າ​ນີ້​ຄື​ເມື່ອ​ປີ 2000, ກຳ​ປັ່ນ​ປ້ອງ​ກັນ​ຕິດ​ຂີ​ປະ​ນາ​ວຸດ "ວັນ​ເດ​ເລຍ" ຂອງກອງ​ທັບ​ເຮືອ​ແບນ​ຊິກ​ໄດ້​ເດີນ​ທາງ​ຢ້ຽມ​ຢາມ​ນະ​ຄອນ​ຊຽງ​ໄຮ​ປະ​ເທດ​ຈີນ​ ແລະ​ໃນ​ມື້​ນີ້, ກຳ​ປັ່ນ​ທະ​ຫານ​ເຮືອ​ຈີນ​ກໍ​ໄດ້​ຢ້ຽມ​ຢາມແບນ​ຊິກ​ ເຊິ່ງ​ເປັນ​ການ​ບັນ​ລຸ​ການ​ຢ້ຽມ​ຢາມ​ເຊິ່ງ​ກັນ​ແລະ​ກັນ​ຂອງ​ກຳ​ປັ່ນ​ທະ​ຫານ​ເຮືອນ​ສອງ​ປະ​ເທດ. ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຈະ​ເພີ່ມ​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະ​ຫວ່າງ​ສອງ​ຝ່າຍ ແລະ​ຊຸກ​ຍູ້​ການ​ໄປ​ມາ​ຫາ​ສູ່​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ເປັນ​ຢ່າງ​ດີ.

ໃນ​ໄລ​ຍະ​ຢ້ຽມ​ຢາມ​ແບນ​ຊິກ, ​ຈະ​ຈັດ​ງານ​ລ້ຽງ​ຢູ່​ດາດ​ຟ້າ​ກຳ​ປັ່ນ, ​ເປີດໃຫ້​ເຂົ້າ​ຊົມ​ກຳ​ປັ່ນ ແລະ​ກິດ​ຈະ​ກຳ​ອື່ນໆ ລວມ​ທັງ​ຈະແລກ​ປ່ຽນ​ດ້ານ​ວັດ​ທະ​ນ​ະ​ທຳ​ແລະ​ກິ​ລາ​ຕ່າງໆ​ກັບ​ນາຍ​ແລະ​ພົນ​ທະ​ຫານ​ແບນ​ຊິກຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ