ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ປະ​ນາມ​ຢ່າ​ງ​ເຂັ້ມ​ງວດຕໍ່ ສ​ປ​ປ ເກົາ​ຫຼີ ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ອີກ​ເທື່ອ​ໜຶ່ງ
2017-09-16 17:24:29  cri 
ວັນ​ທີ 15 ກັນ​ຍາ​ນີ້, ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ອອກ​ຖະ​ແຫຼງ​ການ ໂດຍ​ກ່າວ​ປະ​ນາມ​ຢ່າງ​ເຂັ້ມ​ງວດ​ຕໍ່ ສ​ປ​ປ ເກົາ​ຫຼີ ​​ທີ່​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ອີກ​ເທື່ອ​ໜຶ່ງ ແລະ​ຊີ້​ອອກ​ວ່າ​ນີ້​ແມ່ນ​ການ​ກະ​ທຳ​ທ້າ​ທາຍ​ທີ່​ໜັກ​ໜ່ວງ​ເທື່ອ​ໜຶ່ງ​ຕໍ່​ປະ​ຊາ​ຄົມ​ໂລກ.

ໂດຍອີງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຄະ​ນະ​ຜູ້​ແທນ​ອາ​ເມ​ລິ​ກາ​ແລະ​ຍີ່​ປຸ່ນ​ທີ່​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ຕອນ​ບ່າຍ​ວັນ​ທີ 15 ກັນ​ຍາ​ນີ້, ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຈັດ​ກອງ​ປະ​ຊຸມ​ພາຍ​ໃນ​ເພື່ອ​ປຶກ​ສາ​ຫາ​​ລື​ກ່ຽວ​ກັບ ສ​ປ​ປ ເກົາ​ຫຼີ ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ອີກ​ເທື່ອ​ໜຶ່ງ, ຫຼັງ​ກອງ​ປະ​ຊຸມ ໄດ້​ອອກ​ຖະ​ແຫຼງ​ການ ໂດຍໄດ້​ກ່າວ​ປະ​ນາມ​ຢ່າງ​ເຂັ້ມ​ງວດ​ຕໍ່ການ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ໃນ​ຫວ່າງ​ມໍ່ໆ​ນີ້​ກໍ​ຄືຫຼາຍ​ຄັ້ງທີ່​ຜ່ານ​ມາ ແລະ​ຮຽກ​ຮ້ອງ​ໃຫ້ ສ​ປ​ປ ເກົາ​ຫຼີ ຢຸດ​ຕິ​ການ​ກະ​ທຳແບ​ບ​ນີ້​ທັງ​ໝົດ​ໃນ​ທັນ​ທີ.

ຖະ​ແຫຼງ​ການ​ຊີ້​ວ່າ: ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ເຫັນ​ວ່າ​​ການ​ຍິງ​ລູກ​ສອນ​ໄຟ​ຂອງ ສ​ປ​ປ ເກົາ​ຫຼີ ຄັ້ງ​ນີ້​ກໍ​ຄືກິ​ລິ​ຍາ​ວາ​ຈາ​ຕ່າງໆ​ໃນ​ຫວ່າງ​ມໍ່ໆ​ນີ້ ເປັນ​ການ​ເຈດ​ຕະ​ນາ​ທຳ​ລາຍ​ສັນ​ຕິ​ພາບ​ແລ​ະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ເຮັດ​ໃຫ້​ທົ່ວ​ໂລກ​ຮູ້​ສຶກ​ເປັນ​ຫ່ວງ​ຢ່າງ​ໜັກ​ໜ່ວງ. ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເນັ້ນ​ວ່າ: ການ​ກະ​ທຳ​ຂອງ ສ​ປ​ປ ເກົາ​ຫຼີ ເຫຼົ່າ​ນີ້​ບໍ່​ພຽງ​ແຕ່​ເປັນ​ການຂົ່ມ​ຂູ່​ຕໍ່​ພາກ​ພື້ນ​ເທົ່າ​ນັ້ນ ​ຍັງ​ເປັນ​ການຂົ່ມ​ຂູ່​ຕໍ່​ປະ​ເທດ​ສະ​ມາ​ຊິກ​ທັງ​ໝົດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ອີກ​ດ້ວຍ.

ຖະ​ແຫຼງ​ການ​ຍັງ​ໄດ້​ຢ້ຳ​ຄວາມ​ສຳ​ຄັນ​ຕໍ່​ການ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາ​ຫຼີ​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ເໜືອ ແລະ​​ເນັ້ນ​ວ່າ​ຄວນ​ຜ່ານ​ "ຊ່ອງ​ທາງ​ສັນ​ຕິ​ພາບ,ການ​ຕ່າງ​ປະ​ເທດ​ແລະ​ການ​ເມືອງ" ມາແກ້​ໄຂວິ​ກິດ​ການ.

ກອງ​ບັນ​ຊາ​ການ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ຂອງກອງ​ທັບ​ອາ​ເມ​ລິ​ກາ​ກ່າວ​ວ່າ: ໃນ​ເວ​ລາ 4 ໂມງ 57 ນາ​ທີ​ຂອງວັນ​ທີ 15 ກັນ​ຍາ​ນີ້​ຕາມ​ເວ​ລາວຽງ​ຈັນ ໄດ້​ເຫັນ​ວ່າ​ ສ​ປ​ປ ເກົາ​ຫຼີ ​ດຳ​ເນີນ​ການ​ທົດ​ລອງຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ. ລູກ​ສອນ​ໄຟ​ໄດ້​ບິນ​ຜ່ານ​ທ້ອງ​ຟ້າ​ທາງ​ພາກ​ເໜືອ​ຂອງ​ຍີ່​ປຸ່ນ ແລະ​ໃນ​ທີ່​ສຸດ​ໄດ້ຕົກ​ຢູ່​ເຂດ​ທະ​ເລ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ໄປ​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ຍີ່​ປຸ່ນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ