ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເປັນ​ຄັ້ງ​ທຳ​ອິດ
2017-09-16 17:25:21  cri 
ທຳ​ນຽບ​ຂາວ​ອາ​ເມ​ລິ​ກາ​ປະ​ກາດ​ໃນ​ວັນ​ທີ 15 ກັນ​ຍາ​ນີ້​ວ່າ: ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ຈະ​ເດີນ​ທາງ​ໄປ​ສຳ​ນັກ​ງານ​ໃຫຍ່​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ນິວຢອກ​ໃນ​ອາ​ທິດ​ໜ້າ ເພື່ອ​ເຂົ້າ​ຮ່ວມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 72 ພ້ອມ​ທັງ​ຈະກ່າວປາ​ຖະ​ກະ​ຖາ. ນີ້​ຈະ​ແມ່ນ​ທ່ານ ໂດ​ນັນ ທ​ຣຳ ເຂົ້າ​ຮ່ວມ​ສະ​ມັດ​ຊາ​ໃຫຍ່​ເປັນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຕົ້ນ​ມາ.

​ໃນ​ການ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ທຳ​ນຽບ​ຂາວໃນ​ມື້​ດັ່ງ​ກ່າວ, ທ່ານ ເຮີ​ເບີດ ມັກ​ມັ​ສ​ເຕີ ຜູ້​ຊ່ວຍ​ວຽກ​ງານ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ ແລະ ທ່ານ​ນາງ ນິກ​ຄີ ຮາ​ເລ ຜູ້​ຕາງ​ໜ້າ​ອາ​ເມ​ລິ​ກາ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ແຈ້ງ​ໃຫ້​ຮູ້​ກ່ຽວ​ກັບການ​​ເຂົ້າ​ຮ່ວມ​​ກອງ​ປະ​ຊຸມຄັ້ງ​ນີ້​ຂອງ​ທ່ານ ໂດ​ນັນ ທ​ຣຳ.

ທ່ານ ມັກ​ມັ​ສ​ເຕີ ໃຫ້​ຮູ້​ວ່າ: ການ​ເດີນ​ທາງຂອງ​ທ່ານ ໂດ​ນັນ ທ​ຣຳ​ເປັນ​ເວ​ລາ 4 ວັນ​ໂດຍ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ​​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ວັນ​ທີ 18 ກັນ​ຍາ​ນີ້ ເຊິ່ງ​ເປັນ​ກິດ​ຈະ​ກຳ​ຮອບ​ທຳ​ອິດ. ຈາກ​ນັ້ນ​ມື້​ຕໍ່​ໄປ, ທ່ານ ໂດ​ນັນ ທ​ຣຳ ຈະ​ກ່າ​ວ​ປາ​ຖະ​ກະ​ຖາ​ໃນ​ກອງ​ປະ​ຊຸມ​ອະ​ພິ​ປາຍ​ທົ່ວ​ໄປ​ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ​ພົບ​ປະ​ກັບ​ທ່ານ ອັນ​ໂຕ​ນີ​ໂອ ກູ​ເຕີ​ຣິ​ສ໌ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ທ່ານ ມິ​ໂຣ​ສ​ລັ​ຟ ລາ​ຈາ​ຄັກ ປະ​ທານ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ