ອັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 14
2017-09-16 16:36:44  cri 

ຕາມ​ຂ່າວCRI: ວັນ​ທີ 15 ກັນ​ຍາ​ນີ້, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອ​ຽນ ແລະ ກອງ​ປະ​ຊຸມ​ສຸດຍອດ​ການ​ຄ້າ ແລະ ການ​ລົງ​ທຶນ​ຈີນ-ອາ​ຊຽນ​ຄັ້ງ​ທີ 14 ທີ່ຈັດ​ເປັນ​ເວ​ລາ 4 ວັນໄດ້​ອັດ​ລົງ​ຢູ່​ນະ​ຄອນ​ນານ​ນີງ ເຂດກວາງ​ຊີ​ຈີນ. ທ່ານ​ວາງ​ເລີຍ ເລ​ຂາ​ທິ​ການ​ໃຫຍ່​​ກອງ​ເລ​ຂາ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ໄດ້​ແນະ​ນຳ​ຜົນ​ງານ​ຂອງງານ​ວາງ​ສະ​ແດງ​ເທື່ອ​ນີ້​ຕໍ່​ນັກ​ຂ່າວ.


​ໂດຍທ່ານ ​ກ່າວ​ວ່າ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ເທື່ອ​ນີ້​ໄດ້​ດຶງ​ດູດ​ວິ​ສາ​ຫະ​ກິດ2 ພັນ 7 ​ຮ້ອຍ​ກວ່າ​ແຫ່ງ​ເຂົ້າ​ຮ່ວມ, ຂະ​ໜາດ​ການ​ວາງ​ສະ​ແດງ ແລະ ຈຳ​ນວນ​ວິ​ສາ​ຫະ​ກິດ​ລ້ວນ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່. ໃນ​ໄລ​ຍະ​ງານ​ວາງ​ສະ​ແດງ​ໄດ້ຈັດ​ໃຫ້​ມີ​ກິດ​ຈະ​ກຳ​ສົ່ງ​ເສີມ​ການ​ຄ້າເສດ​ຖະ​ກິດ​ການ​ຄ້າ 80 ກວ່າ​ເທື່ອ. ​ສິນ​ຄ້າ​ປະ​ເພດ​ຕ່າງໆ ເຊັ່ນ,ອາ​ຫານ​ການ​ກິນ, ​ເຄື່ອງ​ໃຊ້​ປະ​ຈຳ​ວັນ ແລະ ເຄື່ອງ​ສິນ​ລະ​ປະ​ຂອງ​ປະ​ເທດ​ອາ​ຊຽນ ພ້ອມ​ທັງເຄື່ອງ​ຈັກ​ອຸ​ປະ​ກອນ, ເຄື່ອງ​ໄຟ​ຟ້າ​ເອ​ເລັກ​ໂຕຼນິກ ແລະ ວັດ​ຖຸ​ກໍ່​ສ້າງ​ຂອງ​ຈີນ​ເປັນ​ສິນ​ຄ້າ​ທີ່​ຂາຍ​ດີ. ​ນອກ​ນີ້, ພາຍ​ໃຕ້​ຂອບ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອ​ຽນ​ເທື່ອ​ນີ້ ຍັງ​ຈັດ​ເວ​ທີ​ປຶດ​ສາ​ຫາ​ລື​ລະ​ດັບ​ສູງ 36 ເທື່ອ ນັ້ນ 25 ເທື່ອ​ຈັດ​ຂຶ້ນ​ໃນ​ໄລ​ຍະ​ງານ​ວາງ​ສະ​ແດງ, ເປັນ​ຈຳ​ນວນ​ຫຼາຍ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ.


ທ່ານ​ກ່າວ​ວ່າ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ເທື່ອ​ນີ້​ໄດ້​ຈັດ​ເຂດ​ວາງ​ສະ​ແດງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເປັນ​ເທື່ອ​ທຳ​ອິດ, ກາ​ຊັກ​ສະ​ຖານ​ໃນ​ຖາ​ນະ​ທີ່​ເປັນ​ປະ​ເທດ​ຢູ່​ລຽບ​ຕາມ​ແລວ​ທາງ​ເສດ​ຖະ​ກິດ​​ເສັ້ນ​ທາງສາຍ​ໄໝ​​ປະ​ເທດ​ທຳ​ອິດ​ໄດ້​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ, ​ອັນ​ເປັນ​ການ​ສ້າງ​ກົນ​ໄກ​ໃໝ່​​ໃຫ້​ແກ່​ງານ​ວາ​ງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ເຊື່ອມ​ຕໍ່​ກັບ​ການ​ສ້າງ​ສາ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" . ທ່ານ​ວາງ​ເລີຍ​ປະ​ກາດ​ວ່າ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 15 ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 12 ຫາ​ວັນ​ທີ 15 ກັນ​ຍາ​ປີ 2018, ກຳ​ປູ​ເຈຍ​ຈະ​ເປັນ​ປະ​ເທດ​ຫົວ​ຂໍ້​ຫຼັກຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອ​າ​ຊຽນ​ປີ​ໜ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ