ກອງ​ປະ​ຊຸມ​ໃຫຍ່​ນັກ​ທຸ​ລະ​ກິດ​ຊາວ​ຈີນ​ໂລກ​ຄັ້ງ​ທີ 14 ໄຂ​ຂຶ້ນ​ຢູ່​ມຽນ​ມາ
2017-09-17 16:37:39  cri 
ວັນ​ທີ 16 ກັນ​ຍານີ້, ພິ​ທີ​ໄຂກອງ​ປະ​ຊຸມ​ໃຫຍ່ນັກ​ທຸ​ລະ​ກິດ​ຊາວ​ຈີນ​ໂລກ​ຄັ້ງ​ທີ 14 ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ປະ​ຊຸມ​ມຽນ​ມາ​ທີ່​ນະ​ຄອນ​ຢາງ​ກຸງ​ຂອງ​ມຽນ​ມາ​ຢ່າງ​ຄຶກ​ຄື້ນ, ຜູ້​ນຳ​ນັກ​ທຸ​ລະ​ກິດ​ຊາວ​ຈີນ​ທີ່​ມາ​ຈາກ​ປະ​ເທດ​ຈີນ​ແລະ​ແຫ່ງ​ຕ່າງໆ​ຂອງ​ໂລກ​ທັງ​ໝົດ 2000 ກວ່າ​ທ່ານ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ບ່ອນນີ້ ເພື່ອປຶ​ກ​ສາ​ຫາ​ລື​ທິດ​ທາງ​ພັດ​ທະ​ນາ​ຮ່ວມ​ກັນ.

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ນີ້​ມີ​ຫົວ​ຂໍ້​ທີ່​ວ່າ"ເສດ​ຖະ​ກິດ​ມຽນ​ມາ​ເປີດ​ປະ​ຕູ​ສູ່​ພາຍນອກ, ສ້າງ​ຍຸກ​ສະ​ໄໝ​ໃໝ່​ແຫ່ງ​ປະ​ຫວັດ​ສາດ",ໂດຍ​ມີ​ຈຸດ​ປະ​ສົງ​ເພື່ອ​ສ້າງ​ເຄືອ​ຄ່າຍ​ຕິດ​ຕໍ່​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງມຽນ​ມາ​ກັບ​ນັກ​ທຸ​ລະ​ກິດ​ຊາວ​ຈີນ​ຂອງ​ໂລກ. ອາ​ໄສ​ອາ​ຊຽນ​ແລະ​ສະ​ພາບ​ການ​ໃໝ່​ທາງ​ດ້ານ​ເສດ​ຖະ​ກິດ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ໂຮມ​ສູນ​ແນວ​ຄິດ​ແລະ​ຄວາມ​ເຫັນ​ຕ່າງໆ, ປຶກ​ສາ​ຫາ​ລື​ຮ່ວມ​ກັນ​ກ່ຽວ​ກັບ​ທິດແລະ​ຊ່ອງ​ທາງ​ພັດ​ທະ​ນາໃນ​ອະ​ນາ​ຄົດ​ຂອງ​ນັກ​ທຸ​ລະ​ກິດ​ຊາວ​ຈີນ​ທົ່ວ​ໂລກ​ ພ້ອມ​ທັງເສດ​ຖະ​ກິດ​ມຽນ​ມາ​ກໍ​ຄືຂອງ​ໂລກ.

ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ, ທ່ານ​ສູ​ໂຢ້​ເຊິ່ງ ຮອງ​ຫົວ​ໜ້າ​ຫ້ອງ​ການ​ວຽກ​ງານ​ຊາວ​ຈີນ​ຕ່າງ​ດ້າວລັດ​ຖະ​ບານ​ຈີນ ຮອງ​ປະ​ທານ​ສະ​ມາ​ຄົມ​ແລກ​ປ່ຽນ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ອ່ານ​ຈົດ​ໝາຍອວຍ​ພອນ​ຈາກ​ທ່ານ​ຢູ​ເຈິ້ງ​ເຊິ່ງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ຈີນ. ທ່ານ​ມິນ​ສ​ເວ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ທຳ​ອິດ​ຂອງ​ມຽນ​ມາ​ພ້ອມ​ທັງ​ບຸກ​ຄົນ​ວົງ​ການ​ການ​ເມືອງ​ມຽນ​ມາ​ຫຼາຍ​ທ່ານ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ຄັ້ງ​ນີ້.

ທ່ານ​ມິນ​ສ​ເວ​ກ່າວ​ຄຳ​ປາ​ໄສວ່າ: ການ​ຈັດ​ກອງ​ປະ​ຊຸມ​ນັກ​ທຸ​ລະ​ກິດ​ຊາວ​ຈີນ​ໂລກ​ຢູ່​ມຽນ​ມາ ບໍ່​ພຽງ​ແຕ່​ໄດ້​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບລະ​ຫວ່າງ​ມຽນ​ມາ​ກັບ​ຈີນ​ມີ​ການ​ຂະ​ຫຍາຍ​ຕົວເທົ່າ​ນັ້ນ, ຍັງ​ຈະ​ອຳ​ນວຍ​ໂອ​ກາດ​ໃຫ້​ແກ່​ນັກ​ທຸ​ລະ​ກິດ​ຊາວ​ຈີນ​ໂລກໃນ​ການ​ເປີດກວ້າງ​ການ​ລົງ​ທຶນ​ຢູ່​ມຽນ​ມາອີກ​ດ້ວຍ. ມຽນ​ມາ​ມີ​ໂອ​ກາດ​ການ​ລົງທຶນ​ໃນ​ຫຼາຍ​ຂົງ​ເຂດ​ເຊັ່ນ ອຸດ​ສາ​ຫະ​ກຳ ການ​ກໍ່​ສ້າງ ກະ​ສິ​ກຳ ການ​ລ້ຽງ​ສັດ ໄຟ​ຟ້າ​ແລະ​ພະ​ລັງ​ງານ ການ​ຂົນ​ສົ່ງ​ແລະ​ສື່​ສານ ການ​ທ່ອງ​ທ່ຽວ ການ​ຄ້າ​ ແລະ​ອື່ນໆ, ຫວັງ​ໃຫ້​ກອງ​ປະ​ຊຸມ​ໃຫຍ່​ຈະ​ສ້າງ​ໂອ​ກາດ​ທີ່​ດີ​ໃຫ້​ແກ່​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ນັກ​ທຸ​ລະ​ກິດ​ຊ​າວ​ຈີນ​ໂລກ​ກັບ​ວິ​ສາ​ຫະ​ກິດ​ຂອງ​ມຽນ​ມາ.

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ນີ້​ມີ​ສະ​ຫະ​ພັນ​ນັກ​ທຸ​ລະ​ກິດຈີນຂອງ​ມຽນ​ມາ​ເປັນ​ເຈົ້າ​ພາບ. ໃນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມ, ໄດ້​ຈັດ​ໃຫ້​ມີ​ກິດ​ຈະ​ກຳ​ຕ່າງໆ​ເຊັ່ນ ເວ​ທີ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຫົວ​ຂໍ້​ສະ​ເພາະ ການ​ສັງ​ສັນ​ເສດ​ຖະ​ກິດ​ການ​ຄ້າ ການ​ສະ​ແດງ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ຂະໜາດ​ໃຫຍ່​ ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ