ຕຳ​ຫຼວດ​ອັງ​ກິດ​ຈັບ​ຕົວ​ຜູ້​​ຕ້ອງ​ຫາ 1 ຄົນ​ຂອງ​ຄະ​ດີ​ຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍ​ທີ່​ເກີດ​ຂຶ້ນ​ຢູ່​ລົດ​ໄຟ​ໃຕ້​ດິນ​ຂອງ​ນະ​ຄອນ​ລອນດອນ
2017-09-17 17:39:11  cri 

ຕາມ​ຂ່າວ CRI:ວັນ​ທີ 16 ກັນ​ຍາ​ນີ້, ​ຢູ່​ເມືອງ​ໂດ​ເວີ​ເຊິ່ງ​ເປັນ​ທ່າກຳ​ປັ່ນ​ທີ່​ພາກ​ໃຕ້​ສຽງ​ຕາ​ເວັນ​ອອກ​ຂອງ​ອັງ​ກິດ, ຕຳ​ຫຼວດ​ອັງ​ກິດ​ໄດ້​ຈັບ​ຕົວ​ຜູ້​ຕ້ອງ​ຫາ 1 ຄົນ​ຂອງ​ຄະ​ດີ​ຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍ​ທີ່​ໄດ້​ເກີດ​ຂຶ້ນໃນ​ວັນ​ທີ 15 ກັນ​ຍາ​ນີ້​ຢູ່​ລົດ​ໄຟ​ໃຕ້​ດິນ​ຂອງ​ນະ​ຄອນ​ລອນດອນ.

ຕຳ​ຫຼວດ​ອັງ​ກິດ​ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 16 ກັນ​ຍາ​ນີ້ວ່າ, ຜູ້​ຊາຍ​ທີ່​ມີ​ອາ​ຍຸ 18 ປີ​ນີ້​ຖືກ​ຈັບ​ຕົວ​ຍ້ອນ​ຖືກ​ສົງ​ກໍ່​ການ​ປະ​ພຶດ​ລັດ​ທິ​ກໍ່​ການ​ຮ້າຍ, ແລະ​ຖືກມອບ​ໃຫ້​ຕຳ​ຫຼວດ​ຂອງ​ນະ​ຄອ​ນ​ລອນດອນ.

​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຂອງ​ກົມ​ຕຳ​ຫຼວດ​ນະ​ຄອນ​ລອນດອນ​ທ່ານ​ໜຶ່ງ​ກ່າວ​ວ່າ, ການ​ເຄື່ອນ​ໄຫວ​ຈັບ​ຕົວ​ຄັ້ງ​ນີ້ມີ​ຄວາມ​ສຳ​ຄັນ​ຫຼາຍ, ແຕ່​ວ່າ​ລະ​ດັບ​ການ​ຂົ່ມ​ຂູ່​ການ​ກໍ່​ການ​ຮ້າຍ​ຂອງ​ອັງ​ກິດ​ຍັງ​ຮັກ​ສາ​ລະ​ດັບ​ຮີບ​ດ່ວນ​ເຊິ່ງ​ເປັນ​ລະ​ດັບ​ສູງ​ທີ່​ສຸດ.

ວ​ນັ​ທີ 15 ກັນ​ຍາ​ນີ້, ຢູ່​ສະ​ຖາ​ນີ​ລົດ​ໄຟ​ໃຕ້​ດິນ​ທີ່​ພາກ​ຕາ​ເວັນ​ຕົກ​ຂອງ​ນະ​ຄອນ​ລອນດອນ​ເກີດ​ເຫດ​ການ​ລະ​ເບີດ​ແຕກ, ເຊິ່ງ​ເຮັດ​ໃຫ້​ມີປະ​ມານ 30 ຄົນ​ບາດ​ເຈັບ. ​ຫຼັງ​ຈາກ​ນັ້ນຕຳ​ຫຼວດ​ອັງ​ກິດ​ປະກາດ​ວ່າ​ເຫດ​ການ​ດັ່ງ​ເກົ່າ​ແມ່ນ​ເຫດ​ການການ​ກໍ່​ການ​ຮ້າຍຄັ້ງ​ໜຶ່ງ. ພາຍ​ຫຼັງ​ເຫດ​ການ​ຫຼອນ​ໂຈມ​ຕີ​ໄດ້​ເກີດ​ຂຶ້ນ, ອົງ​ການ​ຫົວ​ຮຸນ​ແຮງ "IS" ປະ​ກາດ​ວ່າ​ໄດ້​ກໍ່​ການ​ຫຼອນ​ໂຈມ​ຕີ​ຄັ້ງ​ນີ້.

​ໃນ​ເວ​ລາຕອນ​ແລງວັນ​ທີ 15 ​ກັນ​ຍາ​ນີ້, ທ່ານນາງ ເທ​ເຣ​ຊາ ມາ​ຣີ ເມ, ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ອັງ​ກິດ​ປະ​ກາດ​ວ່າ, ຈະ​ເອົາ​ລະ​ດັບ​ການ​ຂົ່ມ​ຂູ່​ການ​ກໍ່​ການ​ຮ້າຍ​ຂອງ​ອັງ​ກິດ​ຈາກ​ລະ​ດັບ​ຮຸນ​ແຮງ​ຍົກ​ສູງ​ເປັນ​ລະ​ດັບ​ຮີບ​ດ່ວນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ